ສະພາແຫ່ງຊາດຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມື

(VOVWORLD) -ໃນຂອບເຂດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 23 – 25 ເມສາ ຕາມຄຳເຊື້ອເຊີນຂອງທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ

ສະພາແຫ່ງຊາດຫວຽດນາມ ແລະ ລາວເພີ່ມທະວີການຮ່ວມມື - ảnh 1ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ຕ້ອນຮັບທ່ານນາງຕອງທິຟ໋ອງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ

(ພາບ: Pham Kien/ Vietnam+)

ຕອນບ່າຍວັນທີ 23 ເມສາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຕອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.

        ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ. ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບປະເທດລາວຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ, ເຊິ່ງເປັນຊັບສົມບັດອັນລ້ຳຄ່າຂອງສອງປະເທດ, ນັບມື້ນັບພັດທະນາເຂົ້າສູ່ລວງເລິກຢ່າງແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ.

        ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ຢັ້ງຢືນວ່າ ການມາຢ້ຽມຢາມລາວຄັ້ງນີ້ຂອງຄະນະ ໄດ້ປະກອບສ່ວນສຳຄັນ ຊ່ວຍເພີ່ມທະວີມູນເຊື້ອອັນດີງາມຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ.

        ກ່ອນໜ້ານັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ໄດ້ມີການພົບປະເຈລະຈສຳເລັດ ກັບທ່ານຮອງປະທານສະພາແຫ່ງຊາດລາວ ແສງນວນ ໄຊຍະລາດ.

       ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ໄດ້ໄປຢ້ຽມຢາມກິດຈະກຳໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດລາວຫຼັງໃໝ່, ເຊິ່ງເປັນຂອງຂວັນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມສະຫງວນໃຫ້ພັກ, ລັດ ແລະປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ