ສະ​ພາ​ແຫ່ງ​ຊາດ​​ຫວຽດ​ນາມ​ກ້າວ​ເຂົ້າ​ສູ່​ວາ​ລະ​ເຮັດ​ວຽກ​ຄັ້ງ​ທີ 2, ກອງ​ປະ​ຊຸມ​ສະໄໝ​ສາ​ມັນເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14

(VOVWORLD) -ຕອນເຊົ້າວັນທີ 2 ພະຈິກ, ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ກ້າວເຂົ້າສູ່ວາລະເຮັດວຽກຄັ້ງທີ 2 ຢູ່ນະຄອນຫຼວງຮ່າໂນ້ຍ. ມີເນື້ອໃນສຳຄັນຫຼາຍຢ່າງໄດ້ນຳມາປຶກສາຫາລື, ພິຈາລະນາ ແລະ ປະກອບຄຳເຫັນໃນວາລະໂຮມປະຊຸມຄັ້ງນີ້. 
ສະ​ພາ​ແຫ່ງ​ຊາດ​​ຫວຽດ​ນາມ​ກ້າວ​ເຂົ້າ​ສູ່​ວາ​ລະ​ເຮັດ​ວຽກ​ຄັ້ງ​ທີ 2, ກອງ​ປະ​ຊຸມ​ສະໄໝ​ສາ​ມັນເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 (ພາບ:TTXVN) 

ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ສະພາແຫ່ງຊາດຈະໃຊ້ເວລາສ່ວນຫຼາຍເພື່ອພິຈາລະນາ ແລະ ຕົກລົງບັນດາເນື້ອໃນກ່ຽວກັບດ້ານເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ; ປຶກສາຫາລື, ປະກອບຄຳເຫັນກ່ຽວກັບບັນດາຮ່າງເອກະສານທີ່ຈະຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຊຸດທີ 13 ຂອງ ພັກ; ສະພາແຫ່ງຊາດກໍຈະດຳເນີນວາລະຊັກຖາມກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດວ່າດ້ວຍການຕິດຕາມກວດກາຫົວເລື່ອງສະເພາະ ແລະ ຊັກຖາມໃນອາຍຸການຊຸດທີ 14 ແລະ ບາງມະຕິຂອງອາຍຸການຊຸດທີ 13. ກ່າວຄຳເຫັນໄຂວາລະເຮັດວຽກຄັ້ງທີ 2, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ:

        ທີ່ວາລະເຮັດວຽກຄັ້ງທີ 2 ຂອງສະໄໝປະຊຸມຄັ້ງນີ້, ສະພາແຫ່ງຊາດຈະພິຈາລະນາ, ຕົກລົງຫຼາຍເນື້ອໃນທີ່ສຳຄັນທີ່ສຸດ, ນັ້ນແມ່ນສະພາແຫ່ງຊາດຈະຮັບຮອງເອົາບັນດາມະຕິວ່າດ້ວຍແຜນການພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2021, ມະຕິກອງປະຊຸມ…ໃນນັ້ນ ມີບັນດານະໂຍບາຍຊຸກຍູ້ການຜະລິດດຳເນີນທຸລະກິດຊ່ວຍໃຫ້ພື້ນຖານເສດຖະກິດຜ່ານຜ່າບັນດາຄວາມຫຍຸ້ງຍາກໂດຍໄພທຳມະຊາດ, ໂລກລະບາດກໍ່ຂຶ້ນ.

ທີ່ວາລະເຮັດວຽກໃນຕອນເຊົ້າ, ບັນດາສະມາຊິກສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ, ຮັບຟັງໃບຍື່ນສະເໜີໂຄງການອ່າງເກັບນ້ຳ ແມ່ນ້ຳ ທານ ແຂວງ ນິງທ້ວນ ແລະ ໂຄງການ ບ້ານ ມົງ ແຂວງເງະອານ.     

ຕາມລາຍການເຮັດວຽກແລ້ວ, ວັນທີ 2 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດ ຈະປຶກສາຫາລືກ່ຽວກັບໝາກຜົນການຈັດຕັ້ງປະຕິບັດກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດ. ນອກນັ້ນ, ບັນດາສະມາຊິກສະພາແຫ່ງຊາດກໍຈະປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ສະກັດກັ້ນຢາເສບຕິດ (ສະບັບປັບປຸງ)…

ຢູ່ນອກກອງປະຊຸມດັ່ງກ່າວ, ເມື່ອເຕື້ອງເຖິງ ໂລກລະບາດ Covid – 19, ບັນດາສະມາຊິກສະພາແຫ່ງຊາດຖືວ່າຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ ເພື່ອຮັກສາໝາກຜົນນີ້ໃນໄລຍະຈະມາເຖິງ, ສ້າງສະພາບແວດລ້ອມແຫ່ງການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ