ສະພາແຫ່ງຊາດຫວຽດນາມຊຸດທີ13ເຫັນດີຕໍ່ຄາດໝາຍລະດັບຈະເລີນເຕີບໂຕໃນປີ 2014ແມ່ນ 5,8%

(vovworld)- ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2014 ​ຊື່​ງບັນດາ ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ໃນ​ຕອນ​ເຊົ້າ​ວັນ​ທີ 11/11. ພ້ອມ​ກັນ​ນັ້ນ, ສະພາ​ແຫ່ງ​ຊາດ ກໍ​ເຫັນ​ດີ​ຕໍ່​ດັດ​ຊະນີ​ລາ​ຄາ​ໃຊ້​ສອຍ CPI ​ໃນ​ປີ 2014 ​ແມ່ນ​ປະມານ 7%.

ຕາມ​ມະຕິ​ແລ້ວ, ປີ 2014 ຄາດໝາຍ​ຂອງ​ຫວຽດນາມ​ແມ່ນ​ສືບ​ຕໍ່​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຄວບ​ຄຸມ​ໄພ​ເງິ​ເຟີ້, ຍູ້​ແຮງ​ການ​ປະຕິບັດ 3 ບາດກ້າວ​ບຸກທະລຸ​ຍຸດ​ທະ​ສາດ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດ​ດີກາ​ນສັງຄົມ, ປົວ​ແປງ​ຊີວິດ​ການ​ເປ​ັນຢູ່​ຂອງ​ປະຊາຊົນ​. ນີ້​ກໍ​ແມ່ນ​ປີ​ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ ​ແລະ ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ, ຮັບ​ປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາ​ມສະຫງົບ, ຄວາ​​ມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ສະພາແຫ່ງຊາດຫວຽດນາມຊຸດທີ13ເຫັນດີຕໍ່ຄາດໝາຍລະດັບຈະເລີນເຕີບໂຕໃນປີ 2014ແມ່ນ 5,8%  - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ
ພາບ:internet

ຮັບ​ຟັງ​ໃບ​ສະ​ເຫ​ນີກ່ຽວ​ກັບ​ບຸກຄະລາ​ກອນ​ຮອງ​ນາຍົກລັດຖະມົນຕີ

​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ອ່ານ​​ໃບ​ສະ​ເຫ​ນີກ່ຽວ​ກັບ​ການ​ເພີ່ມ​ຈຳນວນ​ທ່ານ​ຮອງ​ນາຍົກລັດຖະມົນຕີ ອາ​ຍຸ​ການ XIII ຈາກ 4 ທ່ານ​ຂຶ້ນ​​ເປັນ 5 ທ່ານ, ​ໃນ​ນັ້ນ ມີ​​ຮອງ​ນາຍົກລັດຖະມົນຕີທ່ານ​ຫ​ນຶ່ງ ທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ.  ນອກ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ອ່ານ​ໃບ​ສະ​ເຫ​ນີພົ້ນຕຳ​ແຫ​ນ່ງຮອງ​ນາຍົກລັດຖະມົນຕີ ສຳລັບ​ທ່ານ ຫງວຽນ​ທ້ຽນ​ເຍີນ.

ປຶກສາ​ຫາລື​ຢູ່​ຕາມ​ຫນ່ວຍ​ກ່ຽວ​ກັບ​ບັນດາ​ຮ່າງ​ກົດໝາຍ

ຕອນ​ບ່າຍ​ວັນ​ດຽວ​ກັນ, ​ເມື່ອ​​ປຶກສາ​ຫາລື​ຢູ່​ຕາມ​ຫນ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ສະບັບ​ປັບປຸງ, ບັນດາ ສສຊ ​ໄດ້​ເຕື້ອງ​ເຖິງ​ຂອບ​ເຂດ​ປັບປຸງ​ການ​ເຄື່ອນ​ໄຫວ​ຮັກສາ​ສິ່ງ​ແວດ​ລ້ອມ, ນະ​ໂຍບາຍ, ມາດ​ຕະການ ​ແລະ ​ແຫ​ລ່ງກຳລັງ​ເພື່ອ​ຮັກສາ​ສິ່ງ​ແວດ​ລ້ອມ,​ສິດ, ຫນ້າ​ທີ່ ​ແລະ ພັນ​ທະ​ຂອງ​ອົງການ,​ສ່ວນ​ບຸກຄົນ ​ໃນ​ການ​ຮັກສາ​ສິ່ງ​ແວດ​ລ້ອມ. ທ່ານ ຫງວຽນ​ກວກ​ບີ່​ງ, ສສຊ ນະຄອນ ຮ່າ​ໂນ້ຍ ສະ​ເຫ​ນີວ່າ:

“ວຽກ​ງານ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ຮັກສາ​ສິ່ງ​ແວດ​ລ້ອມ​ຄວນ​ໄດ​້ຮັບ​ການ​ປັບປຸງ. ຂ້າພະ​ເຈົ້າ​ສະ​ເຫ​ນີ: ຄວນ​ເພີ່ມ​ເຕີມ​ຂໍ້​ກຳນົດ​ດ້ານ​ກົດໝາຍ​ກ່ຽວ​ກັບ​ການ​ປ່ອຍ​ອາຍພິດ​ເຮືອນ​ແກ້ວ ທີ່​ກໍ່​ພົນລະ​ພິດ​ເຖິງ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ທ່າ​ອ່ຽງລວມຂອງ​ທົ່ວ​ໂລກ. ອີກ​ບັນຫາ​ຫນຶ່ງຄວນ​ເພີ່ມ​ເຕີມ​ໃສ່​ຮ່າງ​ກົດໝາຍ ນັ້ນ​ແມ່ນ​ຕ້ອງ​ຮັກສາ​ປ່າ, ​ເປັນ​ຕົ້ນ​ແມ່ນ​ປ່າ​ປ້ອງ​ກັນ ​ແລະ ຮັກສາ​ສິ່ງ​ແວດ​ລ້ອມ​ສຳລັບ​ທາດ​ເສດ​ເຫລືອ​ຢູ່​ບັນດາ​ໂຮງໝໍ.”

ຂ່າວ/ບົດ​ອື່ນ