ສະພາແຫ່ງຊາດຫວຽດນາມ-ລາວ-ກຳປູເຈຍເພີ່ມທະວີການຕິດຕາມກວດກາງົບປະມານແຫ່ງລັດ

ສະພາແຫ່ງຊາດຫວຽດນາມ-ລາວ-ກຳປູເຈຍເພີ່ມທະວີການຕິດຕາມກວດກາງົບປະມານແຫ່ງລັດ - ảnh 1
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ
(ພາບ: Hoàng Chương/Vietnam+)

(vovworld) – ວັນ​ທີ 19/3, ຢູ່ນະຄອນຫຼວງ ວຽງ​ຈັນ, ກຳມາ​ທິການ​ເສດຖະກິດ - ການ​ເງິນ, ທະນາຄານ ​ແລະ ກວດ​ຊອບ​ບັນຊີ​ສະພາແຫ່ງ​ຊາດ ກຳປູ​ເຈຍ, ກຳມາ​ທິການ​ເສດຖະກິດ​ແຜນການ ​ແລະ ການ​​ເງິນ​ຂອງ​ສະພາ​ແຫ່ງ​ຊາດ ລາວ ​ແລະ ກຳມາ​ທິການ​ການ​ເງິນ​ງົບປະມານ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະນາ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ສຳລັບ​ການ​ປະຕິບັດ​ງົບປະມານ​ແຫ່ງ​ລັດ ​ແລະ ການ​ໜູນ​ຊ່ວຍ​ຂອງ​ອົງການ​ກວດ​ຊອບ​ບັນຊີ​ແຫ່ງ​ລັດ.

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ງົບປະມານ​ແຫ່ງ​ລັດ, ກຳນົດ​ທິດ​ບັນດາ​ນະ​ໂຍບາຍ​ການ​ເງິນ, ງົບປະມານ​ໃນ​ອະນາຄົດ​ເພື່ອ​ຮັບປະກັນ​ການ​ດູ່​ນດຽງ​ງົບປະມານ​ຕາມໄລຍະ​​ເປັນ​ຢ່າງ​ດີ​ກ້າວ​ໆ, ຄ່ອຍໆ​ຫລຸ​ດຜ່ອນ​​ໜິ້ສິນ​ສາທາລະນະ, ຍົກ​ສູງ​ຄຸນ​ນະພາ​ບປະສິດທິ​ຜົນ ​ແລະ ຄວາມ​ສາມາ​ດ​ແກງ​ແຍ້​ງ.

    ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ຝ່າຍ​ສືບ​ຕໍ​​ພັດ​ປ່ຽນ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ 3 ປະ​ເທດ​ປະຈຳ​ປີກ່ຽວ​ຂ້ອງ​ເຖິງ​ບັນດາ​ຂົງ​ເຂດ​ການ​ເງິນ, ງົບປະມານ, ​ເພີ່ມ​ທະວີ​ບັນດາການ​ເຄື່ອນ​ໄຫວພົວພັນ​ຕ່າງປະ​ເທດ, ການ​ຮ່ວມ​ມື​ສາກົນ, ​ແລກປ່ຽນ​ບົດຮຽນ​ກັບ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ​ບັນດາ​ປະ​ເທດ, ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ​ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ເພື່ອ​ຍົກ​ສູງ​ການ​ພົວພັນ​ຮ່ວມ​ມື.

ຂ່າວ/ບົດ​ອື່ນ