ສະພາແຫ່ງຊາດຫວຽດນາມຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານ ສູນກາງປີ 2014

ສະພາແຫ່ງຊາດຫວຽດນາມຮັບຮອງເອົາມະຕິກ່ຽວກັບການຈັດແບ່ງງົບປະມານ ສູນກາງປີ 2014 - ảnh 1
ທ່ານ ຟຸ່ງກວກຫຽນ ປະທານກຳມາທິການການເງິນ
 ແລະ ງົບປະມານ ລາຍງານຕໍ່ກອງປະຊຸມ
(ພາບ: daibieunhandan.vn)

(vovworld)- ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສາມັນ​ເທື່ອ​ທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ວັນ​ທີ 15/11, ສະພາ​ແຫ່ງ​ຊາດຮັບຮອງເອົາມະຕິກ່ຽວກັບການ ຈັດແບ່ງງົບປະມານສູນກາງປີ 2014, ຮັບ​ຟັງ​ການ​ລາຍ​ງານ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ບຸກຄະລາ​ກອນ.

    ​ສະ​ເພາະ​ການ​ປະຊຸມ​ຕອນ​ເຊົ້າ​ວັນ​ທີ 15/11, ສະພາແຫ່ງຊາດຫວຽດນາມ ຮັບຮອງເອົາມະຕິ ກ່ຽວກັບ ການຈັດແບ່ງງົບປະມານ ສູນກາງປີ 2014, ຮັບ​ຟັງ​ທ່ານ​ປະທານ ສະພາແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຕາງໜ້າ​ໃຫ້​ຄະນະ​ປະຈຳ ສະພາແຫ່ງຊາດຫວຽດນາມ ລາຍ​ງານ​ໝາກຜົນ​ຂອງ​ການ​ປຶກສາ​ຫາລື​ຢູ່​ຕາມ​ຄະນະ​ສະມາຊິກສະພາແຫ່ງຊາດກ່ຽວ​ກັບ​ການ​ເພີ່ມ​ຈຳນວນ​ຮອງ​ປະທານ​ສະພາ​ຊົນ​ເຜົ່າ, ຮອງ​ປະທານ​ບາງ​ກຳມາ​ທິການ​ຂອງ ສະພາແຫ່ງຊາດ ຫວຽດນາມ. ຫຼັງ​ຈາກ​ນັ້ນ, ສະພາແຫ່ງຊາດຈະ​ປຶກສາ​ຫາລື, ຕົກລົງກ່ຽວ​ກັບ​ການ​ເພີ່ມ​ຈຳນວນ​ຮອງ​ປະທານ​ສະພາ​ຊົນ​ເຜົ່າ, ຮອງ​ປະທານ​ບາງ​ກຳມາ​ທິການ​ຂອງ ສະພາແຫ່ງຊາດ ຫວຽດນາມ.

   ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ, ບັນດາສະມາຊິກສະພາແຫ່ງຊາດ​ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າດ້ວຍການ​ເຂົ້າ​-ອອກ​ເມືອງ, ການ​ພັກ​ອາ​ໄສ​ຂອງ​ຊາວ​ຕ່່າງປະ​ເທດ​ຢູ່​ຫວຽດນາມ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າການ​ຈາລະ​ຈອນທາງ​ນ້ຳ.

   ຄຳ​ເຫັນ​ຂອງ ສສຊ ຫຼາຍ​ທ່ານ​ຖື​ວ່າ: ຮ່າງ​ກົດໝາຍ​ຕ້ອງ​ຮັບປະກັນ​ຄວາມ​ສະດວກ​ສະບາຍ​ໃຫ້​ແກ່​ຊາວ​ຕ່າງປະ​ເທດ​ມາ​ທ່ອງ​ທ່ຽວ, ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່​ຫວຽດນາມ ພ້ອມ​ທັງ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ທ່ານ​ນາງ​ຫງວຽນ​ທິຢຸງ, ສສຊ ນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳຫັນ​ວ່າ:

   “ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ຊາວ​ຕ່າງ​ປະ​ເທດ, ກົດໝາຍ​ກຳນົດ​ສິດ​ຂອງ​ຊາວ​ຕ່າງປະ​ເທດ ​ໂດຍ​ລັດປົກ​ປ້ອງດ້ານ​ຊີວິດ​ອິນ​ຊີ, ຊັ​ບສິນ, ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ. ຂ້າພະ​ເຈົ້າ​ເຫັນ​ວ່າ​ບໍ່​ທັນ​ຄົບ​ຖ້ວນ​ເທື່ອ. ຂ້າພະ​ເຈົ້າສະ​ເໜີ​ໃຫ້​ເນື້ອ​ໃນ​ການ​ປົກ​ປ້ອງນີ້ ຕ້ອງ​ລວມມີ​ສິດ​ກຽດ​ສັກ​ສີ, ກຽດ​ຕິ​ຄຸນຂອງ​ຊາວ​ຕ່າງປະ​ເທດ. ຂ້າພະ​ເຈົ້າສະ​ເໜີ​ຄົ້ນຄ້ວາ​ການ​ກຳນົດ​ນີ້​ເພື່ອ​ປົກ​ປ້ອງ​ສິດ​ເປັນ​ມະນຸດ​ຂອງ​ຊາວ​ຕ່າງປະ​ເທດ​ເມື່ອ​ມາ​ຫວຽດນາມ.

ຂ່າວ/ບົດ​ອື່ນ