ສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດມົງກົນເພີ່ມທະວີການຮ່ວມມື

ສະພາແຫ່ງຊາດຫວຽດນາມແລະສະພາແຫ່ງຊາດມົງກົນເພີ່ມທະວີການຮ່ວມມື - ảnh 1
(ສະພາແຫ່ງຊາດຫວຽດນາມ ແລະ
ສະພາແຫ່ງຊາດມົງກົນເພີ່ມທະວີການຮ່ວມມື)


​(vovworld) - ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດ​ຍທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ນຳ​ໜ້າ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ມົງ​ກົນ ​ໃນ​ລະຫວ່າງ​ວັນ​ທີ 01 – 04/07. ທີ່​ການ​ຢ້ຽມຢາມ, ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ມົງກົນ M.Enkhbold; ​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ມົງກົນ Z.Enkhbold; ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ມົງກົນ ທ່ານ Ts.Enkhtuvshin, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Ts.Tsolmon ​ແລະ ຢ້ຽມຢາມ ບາ​ງຮາກ​ຖານ​ເສດຖະກິດ, ວັດທະນະທຳ, ປ້ອງ​ກັນ​ປະ​ເທດ​ຂອງ​ມົງກົນ. ທີ່​ການ​ເຈລະຈາ ​ແລະ ການພົບ​ປະ​ກັບບັນດາ​ການ​ນຳ​ມົງກົນ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ປາດ​ຖະໜາ​ຢາກ​ພັດທະນາ​ການ​ພົວພັນ​ມິດ​ຕະພາບ​ ​ແລະ ການຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ກັບ​ມົງ​ກົນ ​ໃຫ້​ຂຶ້ນ​ສູ່ລະ​ດັບ​ສູງ​ໃໝ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ. ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ໃນ​ໄລຍະ​ຫວ່າງ​ມໍ່ໆ​ມາ​ນີ້ ຍາມ​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ. ນອກຈາກ​ນັ້ນ, ບັນດາ​ຂໍ້ຕົກລົງທີ່​ບັນລຸ​ໄດ້​ ​ໄດ້ສ້າງ​ພື້ນຖານ​ນິຕິ​ກຳ​ເພື່ອ​ນຳການ​ພົວພັນ​ລະຫວ່າງ​ສະພາ​ແຫ່ງ​ຊາດຂອງ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ ​ແລະ ນັບ​ມື້ນັບ​​ມີ​ປະສິດທິ​ຜົນ.

      ການ​ນຳ​ສະພາ​ແຫ່ງ​ຊາດມົງກົນ ຖື​ວ່າ, ການ​ຢ້ຽມຢາມ​ມົງກົນ ຄັ້ງ​ນີ້​ຂອງ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮີ່ງງອກ​ເຊີນ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ ອົງການ​ນິຕິ​ບັດ​ຍັດ​ 2 ປະ​ເທດເວົ້າ​ສະ​ເພາະ.

ຂ່າວ/ບົດ​ອື່ນ