ສະພາແຫ່ງຊາດຫວຽດນາມໃຫ້ຄຳໝັ້ນສັນຍາຕິດຕາມໜີ້ສາທະລະນະຢ່າງແໜ້ນແຟ້ນ

ສະພາແຫ່ງຊາດຫວຽດນາມໃຫ້ຄຳໝັ້ນສັນຍາຕິດຕາມໜີ້ສາທະລະນະຢ່າງແໜ້ນແຟ້ນ - ảnh 1
ທ່ານນາງ ຫງວຽນທິກິມເງິນ ທີ່ກອງປະຊຸມ

(vovworld) – ທີ່​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ​ພາຍຫຼັງ​ຮັບ​ດຳລົງ​ຕຳ​ແໜ່​ງ​ໃນ​ວັນ​ທີ 22/7, ທ່ານ​ນາງປະ​ທານ​ສະພາ​ແຫ​່ງຊາດ ຫງວຽນ​ທິກິ​ມ​ເງິນ ຢັ້ງຢືນ​ວ່າ: ດ້ວຍ​ຄວາມ​ຮັບຜິດຊອບ​ໂດຍ​ພັກ ​ແລະ ປະຊາຊົນ​ມອບ​ໝາຍ​ໃຫ້, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ຈະ​ແມ່ນ​ສະພາ​ແຫ່ງ​ຊາດ​ສາມັກຄີ, ມີ​ຫົວຄິດ​ປະດິດ​ສ້າງ, ສະພາ​ແຫ່ງ​ຊາດ​ເຄື່ອນ​ໄຫວ​ເພື່ອ​ປະຊາຊົນ, ​ເພື່ອ​ກຽດ​ສັດ​ສີ ​ແລະ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາດ. ທ່ານ​ນາງ ຫງວຽນ​ທິກິມ​ເງິນ ຊີ້​ແຈ້ງວ່າ:

        “​ໃນ​ຖານະ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ, ຂ້າພະ​ເຈົ້າ​ຈະ​ຜັນ​ຂະຫຍາຍ​ບົດຮຽນ​ຂອງ​ບັນດາ​ປະທານ​ສະ​ໄໝ​ກ່ອນ ​ແລະ ພ້ອມ​ກັບ​ໝູ່​ຄະນະ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ່​ຄື​ບັນດາສະມາຊິກ​ສະພາ​​ແຫ່ງ​ຊາດ​ປະຕິບັດຄວາມ​ຮັບຜິດຊອບ ກໍ່​ຄື​ສິດ​ອຳນາດ​ຂອງ​ຕົນ​ຢ່າງຖືກຕ້ອງ​ຕາມ​ລັດຖະທຳ​ມະນູນ ​ແລະ ກົດໝາຍ.”

        ທ່ານ​ນາງ ຫງວຽນ​ທິກິມ​ເງິນ ຖື​ວ່າ: ​ໄລ​ຍະ​ຈະມ​າ​ເຖິງ, ສະພ​າ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບຜິດ​ຊອບ​ຂອງ​ຕົນ​ໃນ 3 ຂົງ​ເຂດ​ສ້າງ​ກົດໝາຍ, ວຽກ​ງານ​ຕິດຕາມກວດກາ ​ແລະ ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ. ສືບຕໍ່​ຕິດຕາມ​ກວດກາ​ເພື່ອ​ປັບ​ປຸງ, ​ເພີ່ມ​ເຕີມ​ສິດ​ຂອງ​ມະນຸດ, ສິດ​ຂອງ​ພົນລະ​ເມືອງ​ໃຫ້​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ ​ແລະ ສົນ​ທິສັນຍາຂ​ອງ ສປຊ… ພິ​ເສດ, ສະພາ​ແຫ່ງ​ຊາດ​ຈະ​ຄວບ​ຄຸມ​ບັນຫາ​ໜີ​້ສາທາລະນະ​ຢ່າງ​ແໜ້ນ​ແຟ້ນ.



ຂ່າວ/ບົດ​ອື່ນ