ສະພາແຫ່ງຊາດອັງກິດປ່ອນບັດປະຕິເສດຂໍ້ສະເຫນີລົງປະຊາມະຕິBrexitຄັ້ງທີ2

ສະພາແຫ່ງຊາດອັງກິດປ່ອນບັດປະຕິເສດຂໍ້ສະເຫນີລົງປະຊາມະຕິBrexitຄັ້ງທີ2 - ảnh 1
ພາບ​ປະ​ກອບ

(vovworld)- ຕອນ​ບ່າຍ​ວັນ​ທີ 7/3, ສະ​ພາ​ສູງ ອັງ​ກິດ​ໄດ້​ປ່ອນ​ບັດ​ປະ​ຕິ​ເສດ​ຂໍ້ສະ​ເຫນີ ອັງ​ກິດ ຈະ​ຈັດ​ຕັ້ງ​ການ​ລົງ​ປະ​ຊາ​ມະ​ຕິ​ຄັ້ງ​ທີ 2 ກ່ຽວ​ກັບ​ເລື່ອງ​ຖອນ​ອອກ​ຈາກ ສ​ະ​ຫະ​ພາບ​ເອີ​ລົບ (EU) (ຫລີ​ເອີ້ນ​ວ່າ Brexit ຄັ້ງ​ທີ 2) ໂດຍບໍ່​ຫົວ​ຊາ​ຕໍ່​ເລື່ອງ ອັງ​ກິດ​ຈະ​ຖອນອອກ​ຈາກ EU ໃນ​ທ້າຍ​ປີ 2019. ໃນ​ການ​ປ່ອນ​ບັດ, ມີ​ສະ​ມາ​ຊິກ​ສະ​ພາ​ສູງ 336 ​ທ່ານ ໄດ້​ປ່ອນ​ບັດ​​ປະ​ຕິ​ເສດຂໍ້​ສະ​ເຫນີ​ດັ່ງ​ກ່າວ ໃນ​ຂະ​ນະ​ນັ້ນ ມີ ສະ​ມາ​ຊິກ​ສະ​ພາ​ສູງ 131 ທ່ານ​ໄດ້​ປ່ອນ​ບັດ​ສະ​ຫນັບ​ສະ​ຫນູນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດອາດ​ຈະ​ສະ​ຫນັບ​ສະ​ຫນູນ​ຂໍ້​ສະ​ເຫນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອ​ັງ​ກິດ Theresa May ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ປ່ອນ​ບັດ​ສຳ​ລັບ​ໝາກ​ຜົນ​ຂໍ້​ຕົກ​ລົງ ອັງ​ກິດ - EU ພາຍ​ຫລັງ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​​ເປັນ​ເວ​ລາ 2 ປີ.

ປະ​ຈຸ​ບັນ ສະ​ພາ​ແຫ່ງ​ຊາດ ອັງ​ກິດ ໄດ້​ຮັບ​ອະ​ນຸ​ຍາດ​ພຽງ​ແຕ່​ປ່ອນ​ບັດ​ເຫັນ​ດີ​ຕໍ່​ຂໍ້​ຕົກ​ລົງ Brexit ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ May ຫລື​ອອກ​ຈາກ EUເທົ່າ​ນັ້ນ ຫາກບໍ່​ມີ​ຂໍ້​ຕົກ​ລົງ​ໃດ​ກັບ EU ແລະ ສອງ​ຝ່າຍ​ຈະ​ເຮັດ​ວຽກ​ນຳ​ກັນ​ໂດຍ​ອີງ​ໃສ່​ຫລັກ​ການ​ຂອງ ອົງ​ການ​ການ​ຄ້າ​ໂລກ (WTO).

 

ຕອບກັບ

ຂ່າວ/ບົດ​ອື່ນ