ສະພາແຫ່ງຊາດອັງກິດປະຕິເສດຄຳຮຽກຮ້ອງໂຈະການເຮັດວຽກເປັນເວລາ 3 ວັນຂອງນາຍົກລັດຖະມົນຕີ Boris Johnson

(VOVWORLD) -ວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ສືບຕໍ່ຖືກປະລາໄຊຢູ່ສະພາແຫ່ງຊາດ ພາຍຫຼັງທີ່ລັດຖະບານຮຽກຮ້ອງໃຫ້ອົງການນິຕິບັນຍັດປະເທດນີ້ໂຈະການເຮັດວຽກຊົ່ວຄາວເປັນເວລາ 3 ວັນ ເພື່ອໃຫ້ພັກນິຍົມຮັກສາເດີມດຳເນີນກອງປະຊຸມປະຈຳປີທີ່ບໍ່ໄດ້ຮັບຮອງເອົາ.

ສະພາແຫ່ງຊາດອັງກິດປະຕິເສດຄຳຮຽກຮ້ອງໂຈະການເຮັດວຽກເປັນເວລາ 3 ວັນຂອງນາຍົກລັດຖະມົນຕີ Boris Johnson - ảnh 1 ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ສືບຕໍ່ຖືກປະລາໄຊຢູ່ສະພາແຫ່ງຊາດ

(ພາບ:  AFP/TTXVN)

  ຄຳຮຽກຮ້ອງຂອງລັດຖະບານ ກ່ຽວກັບການໂຈະແຜນການເຮັດວຽກຂອງສະພາແຫ່ງຊາດຮອດວັນທີ 03 ຕຸລາ ບໍ່ໄດ້ຮັບຮອງເອົາ ດ້ວຍ 306 ບັດຄ້ານ ແລະ 289 ບັດເຫັນດີ. ກອງປະຊຸມປະຈຳປີຂອງພັກນິຍົມຮັກສາເດີມ ຄາດວ່າຈະໄດ້ດຳເນີນຢູ່ນະຄອນ Manchester ໃນລະຫວ່າງວັນທີ 29 ກັນຍາ - 02 ຕຸລາ. ໝາກຜົນການປ່ອນບັດດັ່ງກ່າວ ອາດຈະບັງຄັບໃຫ້ພັກນິຍົມຮັກສາເດີມຕ້ອງຫຍໍ້ເວລາລົງ ຍິ່ງກວ່ານັ້ນແມ່ນຕ້ອງຍົກເລີກກອງປະຊຸມ.

        ກ່າວຄຳເຫັນຕໍ່ໜ້າສະພາແຫ່ງຊາດຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ Boris Johnson ໄດ້ຕຳໜິຕິຕຽນບັນດາພັກຝ່າຍຄ້ານ ດຳເນີນການປ່ອນບັດໄວ້ວາງໃຈຕໍ່ລັດຖະບານຂອງທ່ານ, ໃນສະພາບທີ່ຝ່າຍຄ້ານເພີ່ມຄວາມກົດດັນບັງຄັບໃຫ້ທ່ານຕ້ອງລາອອກຈາກຕຳແໜ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ