ສະພາແຫ່ງຊາດອັດ ການລົງຄະແນນ ສຽງໄວ້ວາງໃຈ ຢ່າງຈົບງາມ

 (vovworld)-ໝາກຜົນ​ຂອງການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 50 ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​​ໃຫ້​ສັດຕະຍາບັນ​ໄດ້​ຖືກ​ປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 15/11, ​ໃນ​ຂ​ອບ​ເຂດກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13. ໝາກຜົນ​ການ​ນັບ​ບັດ​ໄດ້​ແບ່ງປັນ 3 ລະດັບ, ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ສູງ, ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈຕ່ຳ. ຕາມ​ນັ້ນ​ແລ້ວ, ຈຳນວນ​ບັດ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ສູງ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ​ແມ່ນ 76,46%; ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ​ແມ່ນ 64,39%, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ແມ່ນ 68,40 %. ບັນ​ດາ​ທ່ານ​ລັດຖະມົນຕີ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ສູງ​ແມ່ນ​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ດິງລາ​ທັງ ດ້ວຍ 72,84%; ຜູ້​ວ່າການ​ທະນາຄານ​ແຫ່ງ​ລັດ​ຫງວຽນ​ວັນ​ບິງ 64,99%.

ສະພາແຫ່ງຊາດອັດ ການລົງຄະແນນ ສຽງໄວ້ວາງໃຈ ຢ່າງຈົບງາມ - ảnh 1

ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງດິງລາທັງ

ແລະ ຜູ້ວ່າການທະນາຄານແຫ່ງລັດຫງວຽນວັນບິງ

(ພາບ: vov)

ຜູ້ມີສິດເລືອກຕັ້ງທົ່ວປະເທດເຫັນດີກັບໝາກຜົນການລົງຄະແນນສຽງໄວ້ວາງໃຈຂອງສະພາແຫ່ງຊາດ

  ພາຍ​ຫລັງສະພາ​ແຫ່ງ​ຊາດ​ປະກາດ​ໝາກຜົນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 50 ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ​ແລະ ​​ໃຫ້​ສັດຕະຍາບັນ, ຜູ້​ມີ​ສິດ​ເລືອກ​ຕັ້ງທົ່ວ​ປະ​ເທດ​ເຫັນ​ດີ​​ເຫັນ​ພ້ອມ​ທີ່​ສຸດ, ຖື​ວ່າ, ນີ້​ແມ່ນ​ໝາກຜົ​ນສ່ອງ​ແສງ​ຢ່າງ​ຊັດ​ເຈນ, ພາວະ​ວິ​ໄສ​ສິ່ງ​ທີ່​ບັນດາ​ທ່ານ​ຜູ້ນຳ​ຂະ​ແໜງ​ຕ່າງໆ​ປະຕິບັດ​ໄດ້ ​ແລະ ບໍ່​ທັນ​ປະຕິບັດ​ໄດ້. ປ້າ​ເຈິ່ນທິທ້ຽນ, ຜູ້​ມີ​ສິດ​ເລືອກ​ຕັ້ງຕາ​ແສງ​ຮຶງບິ່ງ, ນະຄອນ​ວິ​ງ ຖື​ວ່າ:

   “ໝາກຜົນ​ຄື​ແນວ​ນັ້ນ​ແມ່ນ​ຊັດ​ເຈນ​ທີ່​ສຸດ, ພວກ​ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄື​ແນວ​ນີ້ ຈະ​ຊ່ວຍ​ໃຫ້​ບັນດາ​ທ່ານ​ລັດຖະມົນຕີ​ກໍ່​ຄື​ຜູ້​ດຳລົງ​ຕຳ​ແໜ່​ງອື່ນໆ​ຮູ້​ໄດ້​ຄວາມ​ສາມາດ​ກໍ່​ຄື​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ເພື່ອ​ພະຍາ ຍາມ​ສູ້​ຊົນ​ກ່ວາ​ອີກ ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າທີ່​ຊື່​ງພັກ ​ແລະ ລັດ, ປຊຊ ​ໄດ້​ມອບ​ໝາຍ​ໃຫ້​“.

  ທ່ານ​ຫວູ້ຊວນ​ດ້າຍ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ນິງກຽວ, ນະຄອນ​ເກີນ​ເທີ ​ເວົ້າວ່າ:

  “ຜ່ານ​ການ​ຕິດຕາມການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຂອງ​ສະພາ​ແຫ່​ງຊາດ​ເຫັນ​ວ່າ, ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງນີ້​ດີ​ກ່ວາ​ຄັ້ງກ່ອນ. ບັນດາ ສສຊ ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ຄັ້ງນີ້ແມ່ນ​ຊັດ​ເຈນ​ທີ່​ສຸດ. ບັນດາ​ທ່ານ​ໄດ້​ຮັບ​ອັດຕາ​ສ່ວນຕ່ຳ​​​ໃນການລົງ​ຄະ​​ແນນ​ສຽງ​ຄັ້ງກ່ອນ ​ແຕ່​ຄັ້ງນີ້ໄດ້​ຮັບ​ອັດຕາ​ສ່ວນ​ສູງ​ກໍ່​ເຫັນ​ວ່າການ​ສູ້​ຊົນ ​ແລະ ພະຍາ ຍາມ​ທີ່​ສຸດຂອງ​ເຂົາ​ເຈົ້າ​“./.

ສື່​ມວນ​ຊົນ​ສາກົນ​ສົນ​ໃຈ​ຕໍ່ການລົງຄະແນນສຽງໄວ້ວາງໃຈຢູ່​ຫວຽດນາມ

  ​ໃນ​ບົດ​ຂຽນ​ອອກ​ວັນ​ທີ 15/11 ດ້ວຍ​ຫົວ​ຂໍ້ “ນາຍົກລັດຖະມົນຕີຫວຽດນາມ ຍາດ​ໄດ້​ການ​ສະໜັບສະໜູນ​ຢ່າງ​ກ້ວາງ​ຂວາງ​ໃນການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ“, ສຳນັກ​ຂ່າວສານ Reuters ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: “ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ຜ່ານການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຂອງ​ສະພາ​ແຫ່ງ​ຊາດ, ຈາກ​ນັ້ນ, ​ເພີ່ມ​ທະວີ​ຜົນ​ສະທ້ອນ​ພາຍໃນພັກ​ກອມ​ມູນິດ​ຫວຽດນາມ. ສຳນັກ​ຂ່າວສານ​ອັງກິດ ນີ້​ໄດ້​ຕີ​ລາ​ຄາ​ວ່າ, ອັດຕາ​ສ່ວນດັ່ງກ່າວ​ໃຫ້​ເຫັນ​ວ່າ: ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້ຜ່ານ​ຜ່າ​ບັນດາ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ​ໃນ​ອາຍຸ​ການ​ທີ 2 ຂອງ​ຕົນ.

  Bloomber ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈຄັ້ງທີ 2 ນີ້​ແມ່ນ 1 ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ຮັບຜິດຊອບ​ຂອງ​ລັດຖະບານ ​ແລະ ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ໃຫ່ຍຫຼວງ. AFP ​ໄດ້​ໃຫ້​ຂ່າວ​ລະອຽດ​ຈາກ​ໝາກຜົນຂອງການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ ພ້ອມ​ກັບ​ບົດ​ວິຈານ​ຂອງ​ນັກ​ສັງ​ເກດ​ການ​ຈຳນວນ 1. ສຳນັກ​ຂ່າວສານ​ດັ່ງກ່າວ​​ໄດ້ສະໜອງ​ບັນດາ​ຂໍ້​ມູນ​ກ່ຽວ​ຂ້ອງ​ຢ່າງ​ຄົບ​ຖ້ວນ​ຄື: ຈຳນວນ​, ພາກສ່ວນຜູ້​ເຂົ້າຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ຜູ້​ໄດ້​ຮັບ​ອັດຕາ​ສ່ວນ​ໄວ້​ວາງ​ໃຈ​ຫຼາຍ​ກ່ວາ​ໝູ່ ​ແລະ ໜ້ອຍ​ກ່ວາ​ໝູ່. ສ່ວນ​ສຳນັກ​ຂ່າວສານ​ຊິນ​ຮວາ​ຂອງ​ຈີນ ​ແລະ ໜັງສືພິມ Straits Times ຂອງ​ສິງຫະ​ໂປ ກໍ່​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງກ່າວ./.

ຂ່າວ/ບົດ​ອື່ນ