ສະພາແຫ່ງຊາດອີຣັກຮັບຮອງເອົາແຜນການປະຕິຮູບ

ສະພາແຫ່ງຊາດອີຣັກຮັບຮອງເອົາແຜນການປະຕິຮູບ - ảnh 1
ທ່ານ​ນາຍົກລັດ​ຖະມົນຕີ Haider Al Abadi
(ພາບ: Reuters)


​​(vovworld) - ສະພາ​ແຫ່ງ​ຊາດ​ອີຣັກ ​ໄດ້​ໃຫ້​ສັດຕະຍາບັນ​ໂຄງການ​ປະຕິ​ຮູບ​ສຳຄັນ ​ໂດຍ​ທ່ານ​ນາຍົກລັດ​ຖະມົນຕີ Haider Al Abadi ສະ​ເໜີ ກໍ​ຄື​​ແຜນການ​ເພີ່ມ​ເຕີມ​ຂອງ​ສະພາ​ແຫ່ງ​ຊາດ, ​ໃນ​ສະພາວະ​ທີ່​ຫວ່າງ​ມໍ່ໆ​ມາ​ນີ້ ​​ໄດ້​ມີ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຄັດຄ​້ານ​ໄພ​ສໍ້​ຫຼາດ​ບັງ​ຫຼວງ ກໍ​ຄືສະພາບການ​ບໍລິການ​ສ່ວນລວ​ມທີ່ບໍ່ດີ. ຕາມ​ທ່ານ​ປະທານ​ສະພາ​ແຫ​່ງຊາດ​ອິຣັກ Salim Al Juburi, ທີ່​ກອງ​ປະ​ຊຸມ​ໃນ​ວັນ​ທີ 11/08 ​ແລ້ວ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ເຫັນ​ດີ​ກັບ​​ແຜນການ​ປະຕິ​ຮູບ​ເຊິ​່ງທ່ານ​ນາຍົກລັດຖະມົນ​ຕີ Abadi ຍົກ​ອອກ​ມາ​ໃນ​ວັນ​ທີ​ 09/08 ຜ່ານ​ມາ. ​ແຜນການ​ປະຕິ​ຮູບ​ 7 ຂໍ້​ນີ້ລວມມີ​ການ​ຫຼຸດຜ່ອນ​ບັນດາ​ກະຊວງ ​ແລະ ຂະ​ແໜງ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫ​ວຂອງ​ລັດຖະບານ ​ແລະ ຫຼຸດຜ່ອນ​ລາຍຈາຍສ່ວນ​ລວມ. ສິ່ງ​ທີ່​ໜ້າ​ສົນ​ໃຈ, ທ່ານ​ນາຍົກລັດຖະມົນຕີ Abadi ​ໄດ້​ສະ​ເໜີ​ຍົກ​ເລ​ີກ​ 3 ຕຳ​ແໜ່​ງຮອງ​ປະທານາທິບ​ໍ​ດີ​ ​ແລະ 3 ຕຳ​ແໜ່​ງຮອງ​ນາຍົກລັດ​ຖະມົນຕີ.

ຂ່າວ/ບົດ​ອື່ນ