ສະພາແຫ່ງຊາດອີຣານຮັບຮອງເອົາຮ່າງກົດໝາຍປົກປ້ອງບັນດາສິດນິວເຄຼຍ

ສະພາແຫ່ງຊາດອີຣານຮັບຮອງເອົາຮ່າງກົດໝາຍປົກປ້ອງບັນດາສິດນິວເຄຼຍ - ảnh 1
(ພາບປະກອບ)

​(vovworld) - ວັນ​ທີ 23/06, ສະພາ​ແຫ່ງ​ຊາດ​ອີຣານ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ກຳນົດ​ລັດຖະບານ​ຕ້ອງ​ມີ​ພັນທະ​ປົກ​ປ້ອງ “ບັນດາ​ສິດ ​ແລະ ຜົນງານ​ດ້ານ​ນິວ​ເຄຼຍ” ຂອງ​ປະ​ເທດ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່​​ການ​ເຈລະຈາ​ຄັ້ງ​ຕ່າງໆພວມ​ດຳ​ເນີນ​ໄປ​ລະຫວ່າງ​ອີຣານ ​ກັບ​ບັນດາປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ ​ເພື່ອ​​ແນ​ໃສ່​ມຸ່ງ​ໄປ​ເຖິງ​ຂໍ້​ຕົກລົງ​ຮອບດ້ານ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ເຕ​ເຣຣານ. ຮ່າງ​ກົດໝາຍ​ດັ່ງກ່າວ​ກໍ​ກຳນົດວ່າ ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ຕ້ອງ​ຮັບຮອງ​ເອົາ​ບໍ່​ວ່າ​ຂໍ້​ຕົກ​ລົງ​ໃດໆ ຖ້າ​ຫາກ​ບັນດາ​ລຸ​ໄດ້​ກັບ​ຝ່າຍ​ຕາ​ເວັນ​ອອກ, ພ້ອມ​ທັງ​ອະນຸຍາດ​ໃຫ້​​ດຳ​ເນີນການ​ກວດກາບັນດາ​ຮາກ​ຖານ​ນິວ​ເຄຼຍ ​ແຕ່​ບໍ່​ອະນຸ​ຍາດ​​ໃຫ້ກວດກາ​ຢູ່​ບັນດາ​ເຂດ​ທະຫານ ຫຼື ບັນດາຮາກ​ຖານ​ປອດ​ນິວ​ເຄຼຍທີ່​ມີ​ລັກສະນະ​ສະດຸ​ງ​ໄວ້.

      ​ແຕ່​ວ່າ, ​​ເລື່ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຮ່າງ​ກົ​ດໝາຍ​​ດັ່ງກ່າວ​​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຈາກ​ລັດຖະບານ​ຂອງ​ທ່ານ​ປະທານາທິບໍດີ Hassan Rouhani. ​ໂຄສົກ​ຂອງ​ປະທານາທິບໍດີ Mohammad Bagher Nobakht ຖື​ວ່າ, ຮ່າງ​ກົດ​ໝາຍດັ່ງ​ກ່າວ​ແມ່ນ​ລະ​ເມີດ​ກົດໝາຍ ຍ້ອນມັນ​ກົງກັນຂ້າມກັບ​ບັນ​ດາ​ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ ​ແລະ ປ້ອງ​ກັນຊາ​ດຂອງອີຣານ. ຕາມຂໍ້​ກຳນົດ, ຮ່າງ​ກົດ​ໝາຍ​​ດັ່ງກ່າວ​ຍັງ​ຕ້ອງ​ໄດ້​ຮັບ​ການ​ເຊັນ​ປະກາດ​ໃຫ້​ເປັນ​ກົດໝາຍ​ຈາກ​ສະພາ​ປົກຄອງສິດຜົນປະ​ໂຫຍດ.

ຂ່າວ/ບົດ​ອື່ນ