ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ​ປະ​ຕິ​ເສດສິດ​ຢັບ​ຢັ້ງຂອງ​ປະ​ທາ​ນາ​ທິ​ບໍ​ດີ Trump ເປັນ​​ຄັ້ງ​ທຳ​ອິດ

(VOVWORLD) -ວັນທີ 1 ມັງກອນ, ໃນວັນປະຊຸມທຳອິດຂອງປີ 2021, ດ້ວຍບັດສະໜັບສະໜູນ 81 ບັດ ແລະ ບັດຄ້ານ 13 ບັດ, ລື່ນກາຍອັດຕາບັດທີ່ຈຳເປັນ 2/3, ສະພາສູງອາເມລິກາ ໄດ້ປະຕິເສດສິດຢັບຢັ້ງຂອງປະທານາທິບໍດີ Trump ຕໍ່ຮ່າງກົດໝາຍວ່າດ້ວຍງົບປະມານປ້ອງກັນຊາດປີ 2021.

    ກ່ອນໜ້ານັ້ນ, ວັນທີ 28 ທັນວາປີ 2020, ສະພາຕ່ຳອາເມລິກາ ກໍ່ໄດ້ປ່ອນບັດດ້ວຍອັດຕາບັດສະໜັບສະໜູນ 322 ບັດ ແລະ ບັດຄ້ານ 87 ບັດ.

   ເປັນອັນວ່າ, ນີ້ແມ່ນຄັ້ງທຳອິດທີ່ສະພາແຫ່ງຊາດອາເມລິກາ ເອົາຊະນະສິດຢັ້ບຢັ້ງຂອງປະທານາທິບໍດີ Trump ຕໍ່ຮ່າງກົດໝາຍສະບັບໜຶ່ງໃນເກືອບ 4 ປີຜ່ານມາ. ຕາມຮ່າງກົດໝາຍສະບັບນີ້, ນາຍທະຫານອາເມລິກາ ຈະໄດ້ເພີ່ມເງິນເດືອນຂຶ້ນ 3%, ໃນຂະນະທີ່ມີຫຼາຍກ່ວາ 740 ຕື້ USD ຈະໄດ້ຈັດແບ່ງໃຫ້ບັນດາໂຄງການກໍ່ສ້າງ ແລະ ໂຄງການຂອງທະຫານ.

    ປະທານາທິບໍດີ Trump ໄດ້ຢັບຢັ້ງຮ່າງກົດໝາຍນີ້ ແລະ ຮຽກຮ້ອງໃຫ້ສະພາແຫ່ງຊາດ ຈົ່ງປ່ອນບັດເອົາມາດຕາທີ່ອະນຸຍາດ ໃຫ້ປ່ຽນຊື່ບັນດາຖານທີ່ໝັ້ນການທະຫານ ທີ່ເຊີດຊູການນຳສຳພັນທະມິດພາກໃຕ້ ໃນສະໄໝສົງຄາມກາງເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ