ສະພາແຫ່ງຊາດອາເມລິກາມອບສິດຊຸກຍູ້ການຄ້າໃຫ້ປະທານາທິບໍດີ Obama

ສະພາແຫ່ງຊາດອາເມລິກາມອບສິດຊຸກຍູ້ການຄ້າໃຫ້ປະທານາທິບໍດີ Obama - ảnh 1
ສະພາແຫ່ງຊາດອາເມລິກາ
ມອບສິດຊຸກຍູ້ການຄ້າໃຫ້ປະທານາທິບໍດີ Obama
(ພາບ: AFP/TTXVN)


​(vovworld) - ວັນ​ທີ 24/06, ສະພາ​ສູງ​ອາ​ເມລິ​ກາ ​ໄດ້​ປ່ອນ​ບັດ​ຄັ້ງ​ສຸດ​ທ້າຍເພື່ອຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສິດ​ຊຸກຍູ້​ການ​ຄ້າ (TPA) ຫຼື ​ເອື້ນວ່າ ສິດ​ເຈລະຈາ​ໄວ. ຕາມ​ໝາກຜົນ​ຂອງການ​ປ່ອນບັດ​ແລ້ວ, ດ້ວຍ​ບັດ​ເຫັນ​ດີ 60 ບັດ ​ແລະ ບັດ​ຄ້ານ 38 ບັດ, ສະພາ​ສູງ​ອາ​ເມ​ລິ​ກາ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ທີ່​ມີ​ຄວາມ​ໝາຍ​ຫຼັກ​ແຫຼ່ງ​ສຳລັບ​ຄວາມ​ມານະ​ພະຍາຍາມ​ຂອງ​ອຳນາດ​ການ​ປົກຄອງ Obama ​ເພື່ອ​ແນ​ໃສ່​ເພີ່ມທະວີ​ການ​ພົວພັນ​ດ້ານ​​ເສດຖະກິດ - ການຄ​້າ ກັບ​ບັນດາ​ປະ​ເທດ​ອາຊີ​ນີ້. ທີ່​ການ​ປ່ອນ​ບັດ​ໃນ​ວັນ​ທີ 24/06, ບັນດາ​ສະມາຊິກ​ພັກສາ​ທາ​ລະນະ​ເຄີຍ​ມີ​ແຜນ​ນະ​ໂຍບາຍ​​ໃຫ້​ສັດ​ຕະຍາ​ບັນ TPA ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກ​ສະມາຊິກສະພາ​ສູງ​ພັກ​ປະຊາທິປະ​ໄຕ 15 ທ່ານ.

ຂ່າວ/ບົດ​ອື່ນ