ສະພາແຫ່ງຊາດຮັບຟັງແລະຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ2014

ສະພາແຫ່ງຊາດຮັບຟັງແລະຮັບຮອງເອົາມະຕິກ່ຽວກັບແຜນງົບປະມານແຫ່ງລັດປີ2014 - ảnh 1
ພາບປະກອບ

(vovworld) – ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ແລະ​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2014 ​ແມ່ນ​ເນື້ອ​ໃນ​ເຮັດ​ວຽກ​ຂອງ​ບັນດາ ສສຊ ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11. ​ໃນ​ວາລະ​ປະຊຸມ​ນີ້, ບັນດາ ສສຊ ຍັງ​ໄດ້​ຮັບ​ຟັງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ລາຍ​ງານ​ໝາກຜົນ​ຂອງ​ການ​ປຶກ​ສາ​ຫາລືຢູ່​ຄະນະ ສສຊ ກ່ຽວ​ກັບ​ການ​ພົ້ນ​ຕຳ​ແໜ່​ງຮອງນາຍົກລັດຖະມົນຕີສຳລັບ​ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລະ ​ເລື່ອງ​ເພີ່ມ​ຈຳນວນ​ຮອງນາຍົກລັດຖະມົນຕີ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ​ສະ​ເໜີ​ໃຫ້​ລັດຖະມົນຕີ ຫວູດຶກ​ດາມ, ຟ້າ​ມບິ່ນ​ມິ​ງ ດຳລົງ​ຕຳ​ແໜ່​ງ​ເປັນຮອງ​ນາຍົກລັດຖະມົນຕີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຕີ​ລາຄາ​ວ່າ:

        “ທ່ານ ຫວູດຶກ​ດາມ ​ແມ່ນ​ພະນັກງານ​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໂດຍ​ພື້ນຖານ, ​ໄດ້​ຜ່ານ​ການ​ດຳລົງ​ຫຼາຍຕຳ​ແໜ່​ງ. ​ໃນ​ວິວັດ​ການ​ປະຕິບັດ​ງານ, ທ່ານ ຫວູດຶກ​ດາມ ຍາມ​ໃດ​ກໍ່​ປະຕິບັດ​ໜ້າທີ່​​ເຊິ່ງໄດ້​ຮັບມອບໝາຍສຳ​ເລັດຜົນ, ມີ​ຄວາມ​ສາມາ​ດ ​ແລະ ຄຸນ​ນະ​ທາດ​ຢ່າງ​ພຽງພໍ​ເພື່ອ​ຮັບ​ດຳລົງ​ຕຳ​ແໜ່​ງຮອງ​ນາຍົກລັດຖະມົນຕີ. ຄາດ​ວ່າ, ຈະ​​ແບ່ງ​ງານ​ໃຫ້​ທ່ານ ຫວູດຶກ​ດາມ ຕິດຕາມ​ກວດກາ​ຊີ້​ນຳ​ດ້ານວັດທະນະທຳ, ສັງຄົມ, ວິ​ທະຍາ​ສາດ, ການ​ສຶກສາ ​ແລະ ບຳລຸງ​ສ້າງ. ສ່ວນທ່ານ ຟ້າ​ມບິ່ງ​ມິ​ງ, ກໍ່​ແມ່ນ​ພະນັກງານ​ໄດ້​ຮັບ​ການ​ບຳລຸງ​ສ້າງ​​ໂດ​ຍພື້ນຖານ. ​ໃນ​ວິວັດ​ການ​ປະຕິບັດ​ວຽກ​ງານ, ​ໃນ​ຖານະ​​ເປັນລັດຖະມົນຕີ​ການ​ຕ່າງປະ​ເທດ, ທ່ານ ຟ້າ​ມບິ່ງ​ມິ​ງ ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ຜົນສຳ​ເລັດ​ລວ​ມຂອງ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ ຫວຽດນາມ.”

ສະພາ​ແຫ່ງ​ຊາດ​​ເປັນ​ເອກະສັນ​ຍົກ​ລະດັບ​ເພດານ​ລາຍ​ຈ່າຍ​ງົບປະມາ​ນ​ແຫ່ງ​ລັດ​ເກີນ​ດູ​ນ​ຂຶ້ນ​ເຖິງ5,3%GDP - ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ໃນ​ມະຕິ​ກ່ຽວ​ກັບ​ການດັດ​ປັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013 ​ແລະ ​ແຜ​ນງົບປະມານ​ແຫ່ງ​ລັດ​ປີ 2014 ​ເຊິ່ງສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ໃນ​ຕອນ​ເຊົ້າ​ວັນ​ທີ 12/11, ຕາມ​ມະຕິ​ແລ້ວ, ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຕົກລົງ​ຍອດ​ລາຍ​ຮັບ​ດຸ່ນດຽງ​ງົບປະມານ​ແຫ່ງ​ລັດ​ແມ່ນ 782.700 ຕື້​ດົ່ງ, ຍອດ​ລາຍ​ຈ່າຍ​ດຸ່ນດຽງ​ງົບປະມານ​ແຫ່ງ​ລັດ​ແມ່ນ 1.006.700 ຕື້​ດົ່ງ, ລະດັບງົບປະມານ​ແຫ່ງລັດ​ເກີນ​ດູ​ນ​ແມ່ນ 224.000 ຕື້​ດົ່ງ.

    ​ເພື່ອ​ຮັບປະກັນປະຕິບັດ​ແຜນ​ຮ່າງ​ນີ້, ສະພາ​ແຫ່ງ​ຊາດ​ສະ​ເໜີ​ໃຫ້​ລັດຖະບານ​ເພີ່ມ​ທະວີ​ກົດລະບຽບ, ຂໍ້​ບັງຄັບ​ດ້ານ​ການ​ເງິນ, ປະຕິບັດ​ນະ​ໂຍບາຍ​ປີ​ງົ​ບປະມານ​ຢ່າງ​ແໜ້ນ​ແຟ້ນ, ​ສ້າງ​ໂຄງ​ປະ​ກອບ​ລາຍ​ຮັບ - ລາຍ​ຈ່າຍ​ງົ​ບປະມານຄືນ​ໃໝ່.​.​.

    ​ໃນ​ປີ 2014, ​ໂດຍສືບ​ຕໍ່​ປະຕິບັດ​ການຍົກ​ເວັ້ນອາກອນ​ມູນ​ຄ່າ​ເພີ່ມ, ອາກອນລາຍ​ຮັບສ່ວນ​ບຸກຄົນ ​ແລະ ​ອາກອນລາຍ​ຮັບ​ວິ​ສາ​ຫະກິດ​ສຳລັບ​ຄອບຄົວ, ສ່ວນ​ບຸກຄົນ​ດຳ​ເນີນ​ທຸລະ​ກິດ​ໃຫ້​ເຊົ່າ​​ເຮືອນ​ພັກ, ເຮືອນ​ຢູ່ ສຳລັບ​ກຳມະກອນ, ຜູ້​ອອກ​ແຮງ​ງານ, ນັກ​ສຶກສາ, ນັກຮຽນ.​.​.​

    ກ່ຽວ​ກັບ​ການ​ດັດປັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ສະພາ​ແຫ່ງ​ຊາດ​​ເຫັນ​ດີ​ມອບໝາຍ​ໃຫ້​ລັດຖະບານ​ຍົກ​ລະດັບງົບປະມານ​ແຫ່ງ​ລັດ​ເກີນ​ດຸນ​ປີ 2013 ​ເພື່ອ​ທົດ​ແທນ​ໃຫ້ການ​ຂາດ​ດຸ່ນງົບປະມານ​ສູນ​ກາງ​ແຕ່​ບໍ່​ເກີນ 195.500 ຕື້​ດົ່ງ (​ເທົ່າ​ກັບ 5,3% GDP)


ຂ່າວ/ບົດ​ອື່ນ