ສະພາແຫ່ງຊາດຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ)

(VOVWORLD) - ເມື່ອທຽບໃສ່ກົດໝາຍທີ່ພວມປະກາດໃຊ້ນັ້ນ, ຮ່າງກົດໝາຍໄດ້ປັບປຸງເພີ່ມເຕີມຂໍ້ກຳນົດກ່ຽວກັບນິຍາມ “ການຄ້າມະນຸດ”
ສະພາແຫ່ງຊາດຮັບຟັງໃບສະເໜີກ່ຽວກັບຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດ (ສະບັບປັບປຸງ) - ảnh 1 (ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ)

        ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7, ຕອນບ່າຍວັນທີ 07 ມິຖຸນາ, ສະພາແຫ່ງຊາດ ຮັບຟັງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຄ້າມະນຸດ (ສະບັບປັບປຸງ).

        ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ເລືອງຕາມກວາງ ໃຫ້ຮູ້ວ່າ, ເມື່ອທຽບໃສ່ກົດໝາຍທີ່ພວມປະກາດໃຊ້ນັ້ນ, ຮ່າງກົດໝາຍໄດ້ປັບປຸງເພີ່ມເຕີມຂໍ້ກຳນົດກ່ຽວກັບນິຍາມ “ການຄ້າມະນຸດ”; ປັບປຸງ, ເພີ່ມເຕີມຂໍ້ກຳກົດກ່ຽວກັບການຢັ້ງຢືນ “ຜູ້ຖືກເຄາະຮ້າຍ” ເພື່ອສ້າງຄວາມເປັນເອກະພາບໃນຂໍ້ກຳນົດຂອງກົດໝາຍ. ຮ່າງກົດໝາຍກໍ່ເພີ່ມເຕີ່ມຂໍ້ກຳນົດກ່ຽວກັບ “ຜູ້ພວມຢູ່ໃນວິວັດການຢັ້ງຢືນເປັນຜູ້ປະສົບເຄາະຮ້າຍ” ແລະ ເພີ່ມເຕີມຂໍ້ກຳນົດກ່ຽວກັບລະບອບໜູນຊ່ວຍ, ປົກປ້ອງສຳລັບຜູ້ພວມຢູ່ໃນວິວັດການຢັ້ງຢືນເປັນຜູ້ປະສົບເຄາະຮ້າຍ. ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ, ຖືວ່າ:

        “ສະພາບຕົວຈິງໃນໄລຍະຜ່ານມາຊີ້ໃຫ້ເຫັນວ່າ, ນີ້ແມ່ນກຸ່ມເປົ້າໝາຍຕ້ອງໄດ້ຮັບການໜູນຊ່ວຍ, ປົກປ້ອງ; ເລື່ອງເພີ່ມບັນດາຂໍ້ກຳນົດດັ່ງກ່າວແມ່ນເພື່ອຕອບສະໜອງຄວາມຮຽກຮ້ອງໃນຕົວຈິງ, ສ້າງພື້ນຖານນິຕິກຳເພື່ອໃຫ້ບັນດາອົງການທີ່ມີໜ້າທີ່ ເມື່ອຮັບເປົ້າໝາຍນີ້ປະຕິບັດບັນດາລະບອບໜູນຊ່ວຍຄວາມຕ້ອງການທີ່ຈຳເປັນໃຫ້ແກ່ເຂົາເຈົ້າ”.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຈັດຕັ້ງອຳນາດການປົກຄອງເຂດຕົວເມືອງ ແລະ ທົດລອງກົນໄກ, ນະໂຍບາຍພິເສດສະເພາະຈຳນວນໜຶ່ງໃນການພັດທະນານະຄອນ ດ່ານັ້ງ. ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຢືນຢັນວ່າ, ດ້ວຍທີ່ຕັ້ງຍຸດທະສາດຂອງ ດ່ານັ້ງ ຄືໃນປະຈຸບັນ, ດ່ານັ້ງ ຈະພັດທະນາເປັນນະຄອນສີວິໄລ, ທັນສະໄໝ, ຖ້າຫາກໄດ້ທົດລອງກົນໄກພິເສດສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ