ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ (ສະ​ບັບ​ປັບ​ປຸງ) ຢ່າງ​ເປັນ​ທາງ​ການ

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບເອົາ, ປັບປຸງບາງເນື້ອໃນກ່ຽວກັບການອະທິບາຍຄຳສັບ, ນະໂຍບາຍກໍ່ສ້າງ, ພັດທະນາ, ຄຸ້ມຄອງ, ປົກປັກຮັກສາ ນະຄອນຫຼວງ ແລະ ລະດົມແຫຼ່ງກຳລັງພັດທະນານະຄອນຫຼວງ; ປະຕິຮູບ, ດັດປັບຕົວເມືອງ; ພັດທະນາການສຶກສາ ແລະ ບຳລຸງສ້າງ.
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ນະ​ຄອນຫຼວງ (ສະ​ບັບ​ປັບ​ປຸງ) ຢ່າງ​ເປັນ​ທາງ​ການ - ảnh 1ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ) ຢ່າງເປັນທາງການ
(ພາບ: TTXVN)

ຕອນເຊົ້າວັນທີ 28 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດຊຸດທີ XV ໄດ້ເຫັນດີເປັນເອກະພາບຮັບຮອງເອົາກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ)    ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບແຜນນະໂຍບາຍລົງທຶນໂຄງການລົງທຶນກໍ່ສ້າງເສັ້ນທາງຄວາມໄວສູງ ເໜືອ -ໃຕ້ ຕອນ ຢາເງ້ຍ (ດັກນົງ) - ເຈິນແທັ່ງ (ບິ່ງເຟືອກ), ດ້ວຍອັດຕາສະມາຊິກສະພາແຫ່ງຊາດເຫັນດີຢູ່ລະດັບສູງ.

ໃນນັ້ນ, ສຳລັບ ຮ່າງກົດໝາຍວ່າດ້ວຍນະຄອນຫຼວງ (ສະບັບປັບປຸງ), ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບເອົາ, ປັບປຸງບາງເນື້ອໃນກ່ຽວກັບການອະທິບາຍຄຳສັບ, ນະໂຍບາຍກໍ່ສ້າງ, ພັດທະນາ, ຄຸ້ມຄອງ, ປົກປັກຮັກສາ ນະຄອນຫຼວງ ແລະ ລະດົມແຫຼ່ງກຳລັງພັດທະນານະຄອນຫຼວງ; ປະຕິຮູບ, ດັດປັບຕົວເມືອງ; ພັດທະນາການສຶກສາ ແລະ ບຳລຸງສ້າງ… ໂດຍກ່ຽວຂ້ອງເຖິງເນື້ອໃນຈັດຕັ້ງອຳນາດການປົກຄອງຕົວເມືອງ, ທ່ານຮ່ວາງແທັງຕຸງ, ກຳມະການຄະນະປະຈຳສະພາແຫ່ງຊາດ, ຫົວໜ້າກຳມາທິການ ກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

ຮ່າງກົດໝາຍໄດ້ຮັບການກວດກາ, ດັດປັບຕາມທິດກຳນົດໂຄງປະກອບການຈັດຕັ້ງ ແລະ ໜ້າທີ່, ສິດອຳນາດຂອງອຳນາດການປົກຄອງທຸກຂັ້ນຢູ່ນະຄອນຮ່າໂນ້ຍ ໂດຍບໍ່ພຽງແຕ່ປະຕິບັດຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍນະຄອນເທົ່ານັ້ນ ຫາກຍັງຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການຈັດຕັ້ງອຳນາດການປົກຄອງທ້ອງຖິ່ນອີກດ້ວຍ.ພ້ອມກັນນັ້ນ ພ້ອມກັບການກຳນົດກ່ຽວກັບການແບ່ງຂັ້ນ, ມອບສິດລະຫວ່າງອຳນາດການປົກຄອງທຸກຂັ້ນຂອງນະຄອນ ຮ່າໂນ້ຍ, ຮ່າງກົດໝາຍ ຍັງໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບການແບ່ງຂັ້ນ, ມອບສິດຂອງລັດຖະບານ, ນາຍົກລັດຖະມົນຕີ, ກະຊວງ, ຂະແໜງການ ໃຫ້ແກ່ບັນດາອົງການຂອງນະຄອນຮ່າໂນ້ຍ ເພື່ອຫັນແຜນນະໂຍບາຍຍູ້ແຮງການແບ່ງຂັ້ນ, ມອບສິດໃຫ້ເປັນອັນລະອຽດ.

ຕອບກັບ

ຂ່າວ/ບົດ​ອື່ນ