ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ)

ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ (ສະບັບປັບປຸງ) - ảnh 1

(ພາບ:na.gov.vn)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໃໝ​ສາມັນ​​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ບ່າຍ​ວັນ​ທີ 18/06, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ລົງມະຕິ​ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ສະບັບ​ປັບ​ປຸງ)​​. ​ແລະ​ກໍ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລືກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປັບປຸງ, ​ເພີ່ມ​ເຕີມບາງ​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ແຂ່ງ​ຂັ້ນ, ຍ້ອງຍໍ.

        ຕອນ​ເຊົ້າ​ຂອງ​ວັນ​ດຽວ​ກັນ, ​ເມື່ອປຶກສາ​ຫາລື​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ (ສະບັບ​ປັບປຸງ), ບັນດາ ສສຊ ​ໄດ້​ເຫັນ​ດີ​ຕໍ່​ຄວາມ​ຈຳ​ເປັນ​ຕ້ອງ​ປະກາດ​ໃຊ້​ກົດໝາຍ​ສະບັບ​ປັບປຸງ ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຈຳກັດ​ຂອງ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້, ຍົກ​ສູງ​ສະຕິ​ກ່ຽວ​ກັບ​ການ​ປະຕິບັດ​ການ​ປະຢັດ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ.

​        ຕໍ່ໜ້າ​ສະພາບ​ການ​ຟູມ​ເຟືອຍ​ບໍ່ຫລຸດ​ລົງ​ໃນ​ໄລຍະ​ຜ່ານ​ມາ. ຕາມ ສສຊ ຈຳນວນ​ໜຶ່ງ​ແລ້ວ, ໜຶ່ງ​ໃນ​ບັນດາ​ສາຍ​ເຫດທີ່​ເກີດ​ການ​ຟູມ​ເຟືອຍທີ່​ໜ້າ​ວິຕົກ​ກັງວົນ​ໃນ​ປະຈຸ​ບັນ, ນັ້ນ​ແມ່ນ​ການ​ຍົກ​ອອກ​ບັນດາ​ຂໍ້​ຕົກລົງທີ່​ບໍ່​ເໝາະ​ສົມ​ຂອງ​ບັນດາ​ຜູ້ນຳ​​ອົງການຈັດຕັ້ງ. ທ່ານ​ນາງ​ກາວ​ທິຊວນ ສສຊ ​ແຂວງ​ແທງ​ຮວາ ສະ​ເໜີ​ວ່າ:

  “ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ຜູ້ນຳ​ອົງການ​ຈັດຕັ້ງ​ໃນ​ການ​ ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ​ແມ່ນ​ຍັງ​ບໍ່​ທັນ​ຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ສ່ວນ​ ບຸກຄົນ. ກົດໝາຍ​ປະກາດ​ໃຊ້​ໃນ​ປະຈຸ​ບັນ​ຍັງບໍ່​ທັນ​ກຳນົດ​ຢ່າ​ງຈະ​ແຈ້ງ​ກ່ຽວ​ກັບຄວາມ​ ຮັບຜິດຊອບ​ຂອງ​ສ່ວນ​ບຸກຄົນ​ໂດຍລະອຽດ ຊື່​ງ​ໄດ້​ກໍ່​ໃຫ້​ເກີດ​ການ​ຟູມ​ເຟືອຍ. ການ​ປັບປຸງ​ເພີ່ມ​ເຕີມ​ຄັ້ງນີ້ ຕ້ອງ​ກຳນົດ​​ຜູ້​ເປັນ​ຫົວໜ້າ​ຕັດສິນ​ກໍ່​​ເກີດ​ການ​ຟູມ​ເຟືອຍ ຍ້ອນ​ຂໍ້​ຕົກລົງ​ລົງທຶນ, ນຳ​​ໃຊ້​ຊັບ​ສິນ​​ແຫ່ງ​ຊາດ​ຕ້ອງ​ປະຕິບັດ​ຕາມ​ຫລັກການ​ໃດ, ຂັ້ນຕອນ, ລະບຽບ​ການ​ຄື​ແນວ​ໃດ ​ແລະ ພີ​ເສດ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ເຂົາ​ເຈົ້າ​ເມື່ອ​ປະໃຫ້​ເກີດ​ການ​ຮົ່ວ​ໄຫລ, ຟູມ​ເຟືອຍນັ້ນ, ​ແມ່ນຕ້ອງ​ຮັບຜິດຊອບ​ດ້ານ​ບໍລິຫານ, ​ເປັນ​ຄະດີ​ແຜ່​ງ ​ແລະ ຊ້ຳບໍ່​ໜຳ​ແມ່ນ​ອາຍາ”.

        ​ແຕ່​ບັນດາ ສສຊ ກໍ​ສະ​ເໜີ​ວ່າ, ຮ່າງ​ກົດໝາຍ​ຄວນ​ສຸມ​ໃສ່​ກຳນົດ​ບັນດາ​ການ​ກະທຳ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ​ໃນ​ການ​ນຳ​ໃຊ້​ຄຸ້ມ​ຄອງ​ງົບປະມານ​ລັດ, ຊັບສົມ​ບັດ, ຊັບພະຍາກອນຂອງ​ປະ​ເທດ​ຊາດ; ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ​ໃນ​ທຸກ​ດ້ານ​ນັບ​ແຕ່​ການວາງ​ແຜນ, ​ແຜນການ​ຕະຫຼອດ​ຮອດ​ການ​ປະກາດ​ໃຊ້​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ​, ນະ​ໂຍບາຍ, ລະບອບ, ກຳນົດລະ​ດັບ, ມາດຖານ ​ແລະ ການຈັດ​ຕັ້ງ​ປະຕິ​ບັດ.

        ຮ່າງ​ກົດໝາຍ​ຄວນ​ເຮັດ​ແຈ້ງ​ກ່ຽວ​ກັບ​ບັນດາ​ຂໍ້​ກຳນົດ, ກົນ​ໄກ​ສະໜອງ​ຂໍ້​ມູນ, ກົນ​ໄກ​ຄົ້ນ​ພົບ, ສ່ອງ​ແສງ, ກ່າວ​ຫາບັນດາ​ການ​ກະທຳ​ຟູມເຟືອຍ, ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ, ຂອງ​ບັນ​ດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ​ຫົວໜ້າ​ບັນດາ​ອົງການ​ກ່ຽວ​ກັບ​ການ​ປັບ​ໄໝ​ລົງ​ໂທດ​ສຳລັບ​ການ​ກະທຳ​ລະ​ເມີດ​ກົດໝາຍ​ກ່ຽວກັບ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟູມ​ເຟືອຍ​.

        ກ່ອນ​ໜ້າ​ນັ້ນ, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​​ເອົາ​ມະຕິ​ກ່ຽວກັບ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2014, ປັບປຸບລາຍການ​ກໍ່ສ້າງກົດໝາຍ, ລັດຖະບັນຍັດຊຸດ​ທີ 13 ​ແລະ ປີ 2013.

ຂ່າວ/ບົດ​ອື່ນ