ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ (ສະ​ບັບ​ປັບ​ປຸງ)

(VOVWORLD) - ຮ່າງກົດໝາຍສະບັບນີ້ກໍ່ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບນະໂຍບາຍທະວີຄູນຮູບແບບສະຫະກອນ, ສະຫະພັນສະຫະກອນເຄື່ອນໄຫວທີ່ມີປະສິດທິຜົນເພື່ອແນໃສ່ປະກອບສ່ວນພັດທະນາ
ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ (ສະ​ບັບ​ປັບ​ປຸງ) - ảnh 1ສະພາແຫ່ງຊາດຮັບຮອງເອົາກົດໝາຍວ່າດ້ວຍສະຫະກອນ (ພາບ: VOV)

ຕອນເຊົ້າວັນທີ 20 ມິຖຸນາ, ໃນຂອບເຂດກອງປະຊຸມຄັ້ງທີ 5, ສະພາແຫ່ງຊາດຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຮອງເອົາຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ). ຮ່າງກົດໝາຍໄດ້ສ້າງກອບນິຕິກຳ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ບັນດາອົງການຈັດຕັ້ງເສດຖະກິດຮ່ວມມືພັດທະນາຢ່າງມີຄວາມຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ຍືນຍົງ, ກາຍເປັນພາກສ່ວນສຳຄັນຢ່າງແທ້ຈິງຂອງພື້ນຖານເສດຖະກິດ.

ໜຶ່ງໃນບັນດາຈຸດໃໝ່ອ່ຽມ ແລະ ພົ້ນເດັ່ນຂອງກົດໝາຍສະບັບນີ້ແມ່ນໄດ້ຫັນເນື້ອໃນຂອງ ນະໂຍບາຍ 8 ສະບັບທີ່ໄດ້ລະບຸໃນ ມະຕິເລກທີ 20 ກ່ຽວກັບການສືບຕໍ່ປຽນແປງໃໝ່, ພດັທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່ ເປັນລະບອບລະບຽບການ. ກົດໝາຍໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບບັນດານະໂຍບາຍຂອງລັດກ່ຽວກັບການພັດທະນາກຸ່ມຮ່ວມມື, ສະຫະກອນ, ສະຫະພັນສະຫະກອນ.

ຮ່າງກົດໝາຍສະບັບນີ້ກໍ່ໄດ້ເພີ່ມເຕີມບາງຂໍ້ກຳນົດກ່ຽວກັບນະໂຍບາຍທະວີຄູນຮູບແບບສະຫະກອນ, ສະຫະພັນສະຫະກອນເຄື່ອນໄຫວທີ່ມີປະສິດທິຜົນເພື່ອແນໃສ່ປະກອບສ່ວນພັດທະນາ, ຊຸກຍູ້ ແລະ ແຜ່ຂະຫຍາຍບັນດາຕົວແບບເສດຖະກິດລວມໝູ່ດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ