ສະພາແຫ່ງຊາດຮັບຮອງເອົາບັນຊີລາຍຊື່ເພື່ອເລືອກຕັ້ງປະທານສະພາແຫ່ງຊາດ,ຮອງປະທານສະພາແຫ່ງຊາດ

ສະພາແຫ່ງຊາດຮັບຮອງເອົາບັນຊີລາຍຊື່ເພື່ອເລືອກຕັ້ງປະທານສະພາແຫ່ງຊາດ,ຮອງປະທານສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) -  ​ ​ໃນ​ວາລະ​ເຮັດ​ວຽກ​ໃນ​ຕອນ​ບ່າຍ​ວັນ​ທີ 21/07, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ຫງວຽນ​ທິກີ​ມ​ເງີ​ນ ຕາງໜ້າ​ໃຫ້​ຄະນະປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື​ໃນ​ຄະນະ ​ແລະ ອະພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຄາດ​ຄະ​ເນ​ບຸກຄະລາ​ກອນ​ເລືອກ​ຕັ້ງ​​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາ​ດ. ຕໍ່​ຈາກ​ນັ້ນ ດ້ວຍ​ຄວາມເຫັນ​ດີ​ເຫັນ​ພ້ອມຈາ​ກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນຫລາຍ, ສະພາ​ແຫ່ງ​ຊາດ​​ໄດ້​ລົງ​ປະຊາ​ມະຕິ​ຮັບຮອງ​ເອົາ​ບັນຊີ​ລາຍ​ຊື່ ​ເພື່ອ​ເລືອກ​ຕັ້ງ​ປະທານ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ດ້ວຍ​ລະບົບ​ການ​ລົງ​ມະຕິ​ເອ​ເລັກ​ໂຕ​ນິກ. ຕາມ​ບັນຊີ​ລາຍ​ຊື່, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແນະນຳ ​ແລະ ສະ​ເໜີ​ສະພາ​ແຫ່ງ​ຊາດ​ພິຈາລະນາ​ເລືອ​ກຕັ້ງທ່າ​ນນາງ ຫງວຽນ​ທິກີ​ມ​ເງິນ ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ຮັບ​​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ກ່ຽວ​ກັບບຸກຄະລາ​ກອນ​ໄດ້​ຮັບ​ການ​ແນະນຳ​ເລືອກ​ຕັ້ງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ລວມມີ: ທ່ານ​ນາງ ຕ່ອງ​ທິຟ໋ອງ ກຳມະການ​ກົມ​ການ​ເມືອງ, ຮອງ​ເລຂາທິການ​​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ອວງຈູ​ລື​ວ ກຳມະການ​ສູນ​ກາງ​ພັກ, ກຳມະການ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ຟຸ່ງກວກ​ຫຽນ ກຳ​ມະ​ການ​ສູນ​ກາງ​ພັກ, ກຳມະການ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13; ທ່ານ ​ໂດ​ບ໋າ​ຕີ້ ກຳມະການ​ສູນ​ກາງ​ພັກ, ກຳມະການ​ຄະນະ​ພັກ​ສະພາ​ແຫ່ງ​ຊາດ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

ຂ່າວ/ບົດ​ອື່ນ