ສະພາແຫ່ງຊາດຮັບຮອງເອົາມະຕິຈັດແບ່ງງົບປະມານສູນກາງປີ2017

ສະພາແຫ່ງຊາດຮັບຮອງເອົາມະຕິຈັດແບ່ງງົບປະມານສູນກາງປີ2017 - ảnh 1
(ພາບປະກອບ/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 14/11, ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ໄດ​້ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບການຈັດ​ແບ່ງ​ງົບປະມານ​ສູນ​ກາງ​ປີ 2017. ຕາມ​ນັ້ນ​ແລ້ວ ຍອດ​ຈຳນວນ​ລາຍ​ຮັບ​ງົບປະມານ​ສູນ​ກາງ​ແມ່ນ 729.730 ຕື້​ດົ່ງ. ຍອດ​ຈຳນວນລາຍ​ຈ່າຍ​ງົບປະມານ​ສູນ​ກາງ​ແມ່ນ 902.030 ຕື້​ດົ່ງ. ລັດຖະບານ​ຈະ​ມອບ​ໜ້າ​ທີ່​ລາຍ​ຮັບ, ລາຍ​ຈ່າ​ຍງົບປະມານ​ແຫ່ງ​ລັດ ​ແລະ ລະດັບ​ຈັດ​ແບ່ງ​ງົບປະມານ​ສູນ​ກາງ​ໃຫ້​ແຕ່ລະ​ກະຊວງ, ຂະ​ແໜງການ, ອົງການ​ສຳນັກ​ງານອື່ນໆ​ຢູ່​ສູນ​ກາງ ​ແລະ ​ແຕ່ລະ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ຖືກ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ວ່າດ້ວຍການ​ງົບປະມານ​ແຫ່ງ​ລັດ: ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ມີ​​ແຈ້ງ​ໃຫ້​​ແຕ່ລະຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຂັ້ນ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງດ້ວຍ​ເອກະສານ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 14/11 ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍວ່າ​ດ້ວຍ​ຊົນລະປະທານ.

ຂ່າວ/ບົດ​ອື່ນ