ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັດຕະຍາບັນອະນຸສັນຍາສະບັບປັບປຸງສັນຍາສ້າງຕັ້ງອົງການການຄ້າໂລກ

 ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັດຕະຍາບັນອະນຸສັນຍາສະບັບປັບປຸງສັນຍາສ້າງຕັ້ງອົງການການຄ້າໂລກ - ảnh 1
​ສະພາ​ແຫ່ງ​ຊາດ​ໄດ້ລົງ​ມະຕິ​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​
ອະນຸ​ສັນຍາສະບັບ​ປັບປຸງ ສັນຍາ​ສ້າງ​ຕັ້ງອົງການ​ການ​ຄ້າ​ໂລກ
(ພາບ: TTXVN)

(vovworld) –  ​ ​​ ​ ດ້ວຍ​​ບັດ​ສະໜັບສະໜູນຈຳນວນ​ຫລາຍ, ​ໃນ​ຕອນ​ບ່າຍ​ວັນ​ທີ 26/11, ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ໄດ້ລົງ​ມະຕິ​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​ອະນຸ​ສັນຍາສະບັບ​ປັບປຸງ ສັນຍາ​ສ້າງ​ຕັ້ງອົງການ​ການ​ຄ້າ​ໂລກ (WTO). ​ເລື່ອງ​ໃຫ້​ສັດຕະຍາບັນ​ອະນຸ​ສັນຍາ​ສະບັບ​ປັບປຸງ​ນີ້ ກໍ່​ແມ່ນ​ປະຖົມ​ປັດ​ໃຈ​ເພື່ອ​ໃຫ້ ຫວຽດນາມ ກະກຽມ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່ມີ​ມາດຕະຖານ​ສູງ​ກ່ຽວ​ກັບ​ພາສີ​ໃນ​ບັນດາ​ສັນຍາ​ການ​ຄ້າ​ເສລີ​​ໃໝ່​ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP), ສັນ​ຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ - ສະຫະພາບ ​ເອີ​ລົບ (EVFTA). ບັນດາ​ຂໍ້ກຳນົດ​ຂອງ​ອະນຸ​ສັນຍາ​ສະບັບ​ປັບປຸງ ​ແລະ ສັນຍາ​ແມ່ນ​ເໝາະ​ສົມ​ກັບ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013. ​ເປັນ​ຕົ້ນ​​ແມ່ນ: ບັນດາບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສົ່ງ​ເສີມ, ການສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະກິດ​​ເຊິ່ງກຳນົດ​ຢູ່​ມາດຕາ 51 ​ໃນ​ລັດຖະທຳ​ມະນູນປີ 2013.

        ​ໃນ​ຕອນ​ບ່າຍ​ວັນ​ທີ 26/11, ​ສະມາຊິກສະພາ​ແຫ່ງ​ຊາດ​ ​ກໍ່ໄດ້ລົງມະຕິ​ຮັບຮອງ​ເຮົາ ກົດໝາຍ​ວ່າ​ດ້ວຍ​ຈັດ​ຕັ້ງ​ອົງການ​ສືບສວນ​ສອບ​ສວນ​ທາງ​ອາຍາ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ກໍ່ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະມາຄົມ.

 

ຂ່າວ/ບົດ​ອື່ນ