ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັນຕະຍາບັນສັນຍາ CPTPP

(VOVWORLD) - ດ້ວຍບັດເຫັນດີເຫັນພ້ອມ 100%, ຕອນບ່າຍວັນທີ 12 ພະຈິກ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືຮ້ອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ພ້ອມດ້ວຍບັນດາເອກະສານທີ່ກ່ຽວຂ້ອງ.
ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັນຕະຍາບັນສັນຍາ CPTPP - ảnh 1 ສະພາແຫ່ງຊາດຮັບຮອງເອົາມະຕິໃຫ້ສັນຕະຍາບັນສັນຍາ CPTPP

ເມື່ອອ່ານບົດລາຍງານອະພິປາຍ, ຮັບເອົາຄຳເຫັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບເລື່ອງໃຫ້ສັນຕະຍາບັນສັນຍາ CPTPP ພ້ອມດ້ວຍບັນດາເອກະສານທີ່ກ່ຽວຂ້ອງ, ທ່ານ ຫງວຽນວັນເຢົ່າ ຫົວໜ້າກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດໃຫ້ຮູ້ວ່າ: CPTPP ໄດ້ປະກາດມີຜົນສັກສິດເລີ່ມແຕ່ວັນທີ 20 ພະຈິກ ພາຍຫລັງ ອົດສະຕາລີ ກາຍເປັນປະເທດທີ 6 ໃຫ້ສັດຕະຍາບັນສັນຍາດັ່ງກ່າວ, ພາຍຫລັງ ນິວຊີແລນ, ການາດາ, ຍີ່ປຸ່ນ, ເມັກຊີໂກ ແລະ ສິງກະໂປ. ພ້ອມກັບ ຫວຽດນາມ, ບຣູໄນ, ຈີເລ, ມາເລເຊຍ ແລະ ເປຣູ ພວມໃນວິວັດການໃຫ້ສັດຕະຍາບັນສັນຍານີ້.

        ສະມາຊິກສະພາແຫ່ງຊາດສ່ວນຫລາຍລ້ວນແຕ່ເຫັນດີເຫັນພ້ອມກ່ຽວກັບຄວາມຈຳເປັນຕ້ອງໃຫ້ສັດຕະຍາບັນສັນຍາ CPTPP. ນີ້ແມ່ນຄວາມຕັດສິນໃຈດ້ານການເມືອງສຳຄັນ, ຢັ້ງຢືນປະເທດເຮົາເປັນເຈົ້າການໃນການເຊື່ອມໂຍງເຂົ້າກັບສາກົນ, ຍົກສູງກຳລັງພາຍໃນ, ມີຄວາມສາມາດຮັບມືກັບການກະທົບຂອງເສດຖະກິດໂລກ, ພ້ອມທັງ ຊຸກຍູ້ການເຈລະຈາ, ລົງນາມໃນບັນດາສັນຍາການຄ້າເສລີອື່ນ.

        ມະຕິໃຫ້ສັດຕະຍາບັນສັນຍາ CPTPP ພ້ອມດ້ວຍບັນດາເອກະສານທີ່ກ່ຽວຂ້ອງກໍ່ຊີ້ແຈ້ງວ່າ: ນາຍົກລັດຖະມົນຕີ ຕ້ອງຮັບຜິດຊອບການໃຫ້ສັດຕະຍາບັນ ແລະ ຊີ້ນຳບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຜັນຂະຫຍາຍແຜນການປະຕິບັດສັນຍາ CPTPP.  

ຕອບກັບ

ຂ່າວ/ບົດ​ອື່ນ