ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຜັງເມືອງ

(VOVWORLD) - ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເມື່ອທີ 4 ສະພາແຫ່ງຊາດຊຸດທີ 14,
ສະພາແຫ່ງຊາດຮັບຮອງເອົາຮ່າງກົດໝາຍວ່າດ້ວຍຜັງເມືອງ - ảnh 1 ສະພາແຫ່ງຊາດ

ຕອນເຊົ້າວັນທີ 24 ພະຈິກ, ດ້ວຍການເຫັນດີເຫັນພ້ອມຈາກສະມາຊິກສະພາແຫ່ງຊາດຈຳນວນຫລວງຫລາຍ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍວ່າດ້ວຍຜັງເມືອງ.

        ກົດໝາຍວ່າດ້ວຍຜັງເມືອງລວມມີ 6 ພາກ, 72 ມາດຕາກຳນົດການສ້າງ, ປະເມີນຜົນ, ຂໍ້ຕົກລົງ ຫຼື ອະນຸມັດຜ່ານ, ປະກາດ, ການປະຕິບັດ, ການດັດສົມ, ການຕິດຕາມກວດກາ, ການຕີລາຄາ, ການກວດກາລະບົບຜັງເມືອງແຫ່ງຊາດ; ສິດ, ພັນທະ ແລະ ຄວາມຮັບຜິດຊອບຂອງອົງການ, ອົງການຈັດຕັ້ງ, ບຸກຄົນໃນການເຄື່ອນໄຫວຜັງເມືອງ.

        ກ່ອນທີ່ລົງຄະແນນສຽງຮັບຮອງເອົາກົດໝາຍ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຮັບຟັງຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດ ທ່ານ ຫວູຮົ່ງແທງ ສະເໜີບົດລາຍງານອະພິປາຍ, ຮັບເອົາ ແລະ ດັດແກ້ຮ່າງກົດໝາຍວ່າດ້ວຍຜັງເມືອງຂອງຄະນະປະຈຳສະພາແຫ່ງຊາດ.

        ແລະກໍ່ໃນຕອນເຊົ້າວັນທີ 24 ພະຈິກ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍປ້ອງກັນຊາດ (ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ