ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ

(VOVWORLD) - ໂດຍສືບຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14, ຕອນເຊົ້າວັນທີ 16 ພະຈິກ, ທີ່ຮ່າໂນ້ຍ, ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. 
ສະພາແຫ່ງຊາດເລີ່ມຕົ້ນວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ - ảnh 1 ທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ 

ວາລະຊັກຖາມ ແລະ ຕອບຄຳຊັກຖາມຈະດຳເນີນເປັນເວລາ 3 ວັນແຕ່ວັນທີ 16 18 ພະຈິກ 2017.

        ທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ ເປັນລັດຖະມົນຕີຕອບຄຳຊັກຖາມຜູ້ທຳອິດ. ເມື່ອຕອບຄຳຊັກຖາມກ່ຽວກັບມາດຕະການຍູ້ໄວການແຈ້ງພາສີສິນຄ້ານຳເຂົ້າສົ່ງອອກ, ອຳນວຍຄວາມສະດວກໃຫ້ບັນດາວິສາຫະກິດ, ທ່ານລັດຖະມົນຕີກະຊວງການເງິນ ດິງຕ໋ຽນຢຸງ ໃຫ້ຮູ້ວ່າ:

        “ນາຍົກລັດຖະມົນຕີໄດ້ເຫັນດີເປັນເອກະສັນໃຫ້ພວກຂ້າພະເຈົ້າສ້າງຕັ້ງ ແລະ ນຳເຂົ້າ ເຄື່ອນໄຫວ 10 ບ່ອນກວດກາລົງເລິກຂະແໜງ ທີ່ສຸມໃສ່ຢູ່ບໍລິເວນພາສີສຳຄັນຄື:  ນະຄອນ ໂຮ່ຈີມິນ, ຮ່າໂນ້ຍ, ຫາຍຟ່ອງ, ລ້າງເຊີນ, ດ່າໜັງ, ລາວກາຍ, ກວາງນິງ ແລະ ກວາງຫງາຍ ໝາຍຄວາມວ່າ ພວກເຮົາກວດກາສິນຄ້າຢູ່ກັບທີ່ ເພື່ອຮັບໃຊ້ການແຈ້ງພາສີໃຫ້ວ່ອງໄວ. ສືບຕໍ່ສົມທົບກັບບັນດາກະຊວງ ຜັນຂະຫຍາຍກົນໄກປະຕູດຽວແຫ່ງຊາດ, ກົນໄກປະຕູດຽວ ອາຊຽນ ຂອງໄລຍະ 2016 – 2020. ພວກຂ້າພະເຈົ້າຊີ້ນຳຂະແໜງພາສີ ສືບຕໍ່ປະຕິບັດສຳເລັດໄລຍະທີ 2 ຂອງໂຄງການແຈ້ງພາສີເອເລັກໂຕນິກໂດຍອັດຕະໂນມັດ”.

ທ່ານລັດຖະມົນຕີ ດິງຕ໋ຽນຢຸງ ຢັ້ງຢືນວ່າ: ກະຊວງການເງິນ ປະຕິບັດວຽກງານປະຕິຮູບລະບຽບການບໍລິຫານເປັນຢ່າງດີ ແລະ ສືບຕໍ່ປະຕິບັດຢ່າງເຂັ້ມງວດໃນວຽກງານນີ້.

        ກ່ຽວກັບບັນຫາໜີ້ສາທາລະນະ, ເມື່ອອະທິບາຍກ່ຽວກັບບັນຫານີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ:

        “ລັດຖະບານບໍ່ເຫັນດີກັບເລື່ອງຂໍເພີ່ມເພດານໜີ້ສາທາລະນະ. ລັດຖະບານ ໄດ້ຊີ້ນຳໃຫ້ກະຊວງການເງິນ ເປັນເຈົ້າການໃນການສ້າງແຜນຮ່າງໂຄງປະກອບລາຍຮັບ ລາຍຈາຍງົບປະມານຄືນໃໝ່, ຮັບປະກັນຄວາມປອດໄພໃຫ້ໜີ້ສາທາລະນະໃຫ້ຍືນຍົງ. ຄຸ້ມຄອງໜີ້ສາທາລະນະແມ່ນເພື່ອຮັບປະກັນພື້ນຖານການເງິນແຫ່ງຊາດປອດໄພ ແລະ ຍືນຍົງ. ຂອບຂະໜາດໜີ້ສາທາລະນະຮອດປີ 2020 ແມ່ນບໍ່ໃຫ້ເກີນກ່ວາ 65% GDP, ໜີ້ລັດຖະບານບໍ່ໃຫ້ເກີນ 54% GDP ແລະ ໜີ້ຕ່າງປະເທດແມ່ນບໍ່ໃຫ້ເກີນ 50% GDP. ພຽງແຕ່ໃຊ້ຈ່າຍຕາມຄວາມສາມາດຂອງພື້ນຖານເສດຖະກິດ ແລະ ພຽງແຕ່ກູ້ຢຶມໃນຄວາມສາມາດຊຳລະໜີ້ສິນ”

ຕອບກັບ

ຂ່າວ/ບົດ​ອື່ນ