ສະ​ພາ​ແຫ່ງ​ຊາດ​ເລືອກ​​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ

(VOVWORLD) -ທ່ານຟ້າມມິງຈິງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.
ສະ​ພາ​ແຫ່ງ​ຊາດ​ເລືອກ​​ຕັ້ງ​ທ່ານ ຟ້າມ​ມິງ​ຈິງ ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ - ảnh 1ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຄົນໃໝ່ (ພາບ: VGP)

ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ກ່າວຄຳເຫັນພາຍຫຼັງພິທີສາບານຕົວ, ທ່ານ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ເລື່ອງສະພາແຫ່ງຊາດມີຄວາມໄວ້ເນື້ອເຊື່ອໃຈ ເລືອກຕັ້ງທ່ານດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປະເທດແຫ່ງສສ.ຫວຽດນາມ ແມ່ນຄວາມເປັນກຽດ, ພ້ອມທັງກໍ່ແມ່ນພາລະບົດບາດທີ່ໜັກໜ່ວງເຊິ່ງພັກ, ລັດ ແລະ ປະຊາຊົນເຊື່ອໝັ້ນມອບໝາຍໃຫ້.

ຕໍ່ໜ້າຄວາມຮຽກຮ້ອງຕ້ອງການສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດພາລະກິດແຫ່ງການປ່ຽນແປງໃໝ່ຕາມຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານນາຍົກລັດຖະມົນຕີຄົນໃໝ່ ໄດ້ສະເໜີແນະບາງໜ້າທີ່ ເຊິ່ງໄດ້ລັດຖະບານ, ນາຍົກລັດຖະມົນຕີຈະຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

        ໜຶ່ງແມ່ນສ້າງໂຄງການກະທຳເພື່ອຫັນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ເປັນລະອຽດ, ໃນນັ້ນສຸມໃສ່ 6 ໜ້າທີ່ຈຸດສຸມ ແລະ 3 ບຸກທະລຸຍຸດທະສາດ. ສອງແມ່ນ, ສືບຕໍ່ຍູ້ແຮງການສ້າງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ; ເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນ, ເດັດດ່ຽວ, ຢຶດໝັ້ນກັບການຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຟຸ່ມເຟືອຍ, ອາດຍະສິດ, ຫຍໍ້ທໍ້. ສາມແມ່ນ, ຄຸ້ມຄອງບໍລິຫານ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ ເພື່ອພັດທະນາປະເທດຊາດ. ສີ່ແມ່ນ, ເດັດດ່ຽວ, ຢຶດໝັ້ນກັບການປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ.

        ທ່ານຟ້າມມິງຈິງ ເກີດປີ 1958, ບ້ານເກີດຢູ່: ຕາແສງ ຮວາລົກ, ເມືອງເຮົ້າລົກ, ແຂວງແທັງຮ໊ວາ. ທ່ານແມ່ນກຳມະການກົມການເມືອງ ຊຸດທີ XII, XIII, ເລຂາທິການສູນກາງພັກຊຸດທີ XII, ກຳມະການຄະນະບໍລິຫານງານສູນກາງພັກ ຊຸດທີ XI, XII, XIII,ສະມາຊິກສະພາແຫ່ງຊາດຊຸດທີ XIV.

ຕອບກັບ

ຂ່າວ/ບົດ​ອື່ນ