ສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ

ສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ - ảnh 1

ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ວາລະ​ປະຊຸມຄັ້ງ​ທີ 40
(ພາບ: ອິນເຕີແນດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 11/8, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ວາລະ​ປະຊຸມຄັ້ງ​ທີ 40, ​ໃຫ້​ຄຳ​ເຫັນ​​ໃສ່​ບາງ​ບັນຫາ​ໃຫຍ່​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ. ສອງ​ບັນຫາ​ໃຫຍ່​ທີ່​ ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສຸມ​ໃສ່​ປຶກສາ​ຫາລື​ນັ້ນ​ແມ່ນ​, ກຳນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ, ການ​ປ່ອນ​ບັດ​ໄວ້​ວາງ​ໃຈ ​ແລະ ຂໍ້ກຳນົດ​ກ່ຽວ​ກັບ​ການ​ຊັກ​ຖາມ ​ແລະ ພິຈາລະນາ​ຕອບ​ຄຳ​ຊັບ​ຖາມ. ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ທ່ານ​ນາງ ​ເຈືອງ​ທິມາຍ ສະ​ເໜີ, ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ຕ້ອງ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ລະອຽດ​ໃນ​ກົດໝາຍ​ນີ້.

        “ການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ ແມ່ນ​ສິດ​ທີ່​ກຳນົດ​ໃຫ້​ສະພາ​ແຫ່ງ​ຊາດ​, ​ນັ້ນ​ແມ່ນປ່ອນ​ບັດ​ໄວ້​ວາງ​ໃຈ ສຳລັບ​ຜູ້ດຳລົງ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ນີ້​ແມ່ນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ. ດັ່ງ​ນັ້ນ​ຕາມຂ້າພະ​ເຈົ້າ​ແລ້ວ, ການ​ປ່ອນ​ບັດ​ໄວ້​ວາງ​ໃຈຕ້ອງ​ໄດ້​ຮັບ​ການ​ກຳນົດ​ຢ່າງ​ລະອຽດ“.

        ກ່ຽວ​ກັບ​ການ​ຕິດຕາມ​ກວດກາ​ຂອງ​ຜູ້ປະຈຳ​ການສະພາ​ປະຊາຊົນ, ຜູ້​ປະຈຳການ​ກຳມາ​ທິການ​ກົດໝາຍ​ສະ​ເໜີ​ໃນ​ການ​ປັບປຸງ​ຄັ້ງ​ນີ້​ ຈະ​ສືບທອດ​ກົດໝາຍ​ທີ່​ພວມ​ປະກາດ​ໃຊ້​, ​ເຊິ່ງ​ກຳນົດ​ຜູ້​ປະຈຳການ​ສະພາ​ປະຊາຊົນ​ຢູ່​ທັງ 3 ຂັ້ນ: ​ແຂວງ, ​ເມືອງ ​ແລະ ຕາ​ແສງ ລ້ວນ​ແຕ່​ມີ​ສິດ​ຕິດຕາມ​ກວດກາ.
ຂ່າວ/ບົດ​ອື່ນ