ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 4 ທ່ານ, ລັດ​ຖະ​ມົນ​ຕີ ແລະ ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊວງ 22 ທ່ານ

(VOVWORLD) -ລັດຖະບານຫວຽດນາມ ອາຍຸການ 2021 – 2026  ລວມມີ 27 ສະມາຊິກ, ນັ້ນແມ່ນ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຮອງນາຍົກລັດຖະມົນຕີ 4 ທ່ານ ແລະ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ 22 ທ່ານ. 
ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 4 ທ່ານ, ລັດ​ຖະ​ມົນ​ຕີ ແລະ ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊວງ 22 ທ່ານ - ảnh 1ບັນດາສະມາຊິກລັດຖະບານ ຫວຽດນາມ ອາຍຸການ 2021 - 2026 (ພາບ: VOV)

  ໃນວາລະປະຊຸມຂອງຕອນບ່າຍວັນທີ 28 ກໍລະກົດ, ສະພາແຫ່ງຊາດໄດ້ໃຫ້ສັດຕະຍາບັນຮອງນາຍົກລັດຖະມົນຕີ 4 ທ່ານ, ລັດຖະມົນຕີ ແລະ ຫົວໜ້າອົງການທຽບເທົ່າກະຊວງ 22 ທ່ານ. ບຸກຄະລາກອນ 4 ທ່ານ ທີ່ໄດ້ຮັບການໃຫ້ສັດຕະຍາບັນເຂົ້າໃນຕຳແໜ່ງຮອງນາຍົກລັດຖະມົນຕີລວມມີ ທ່ານຟ້າມບິ່ງມິນ, ທ່ານເລມິງຂ໊າຍ, ທ່ານຫວູດຶກດາມ ແລະ ທ່ານ ເລວັນແທັ່ງ.

        ເປັນອັນວ່າ, ລັດຖະບານຫວຽດນາມ ອາຍຸການ 2021 – 2026  ລວມມີ 27 ສະມາຊິກ, ນັ້ນແມ່ນ: ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຮອງນາຍົກລັດຖະມົນຕີ 4 ທ່ານ ແລະ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ 22 ທ່ານ, ໃນນັ້ນ ມີສະມາຊິກຍິງ 2 ທ່ານ ນັ້ນແມ່ນທ່ານນາງ ຟ້າມທິແທງຈ່າ ລັດຖະມົນຕີກະຊວງພາຍໃນ ແລະ ທ່ານນາງ ຫງວຽນທິຮົ່ງ ຜູ້ວ່າການທະນາຄານແຫ່ງລັດ.

ຕອບກັບ

ຂ່າວ/ບົດ​ອື່ນ