ສະພາແຫ່ງຊາດໃຫ້ສັດຕະຍາບັນການພົ້ນຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XIV, ປະທານສະພາເລືອກຕັ້ງແຫ່ງຊາດ

(VOVWORLD) -  ຕາມລາຍການຂອງສະພາແຫ່ງຊາດ, ວັນທີ 31 ມີນາ, ສະພາແຫ່ງຊາດຈະເລືອກຕັ້ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດຄົນໃໝ່.
ສະພາແຫ່ງຊາດໃຫ້ສັດຕະຍາບັນການພົ້ນຕຳແໜ່ງປະທານສະພາແຫ່ງຊາດຊຸດທີ XIV, ປະທານສະພາເລືອກຕັ້ງແຫ່ງຊາດ - ảnh 1ທ່ານນາງ ຫງວຽນທິກິມເງິນ. ພາບ: TTXVN

ຕອນບ່າຍວັນທີ 30 ມີນາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບການໃຫ້ສັດຕະຍາບັນການພົ້ນຕຳແໜ່ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດສຳລັບທ່ານນາງ ຫງວຽນທິກິມເງິນ ດ້ວຍອັດຕາ 89,38%. ມະຕິມີຜົນສັກສິດນັບແຕ່ເມື່ອເລືອກຕັ້ງໄດ້ປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດຄົນໃໝ່.

        ທ່ານນາງ ຫງວຽນທິກິມເງິນ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຢູ່ທີ່ກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດຊຸດທີ XIII (ວັນທີ 31/3/2016). ເປັນປະທານຍິງຄົນທຳອິດໃນປະຫວັດສາດຂອງສະພາແຫ່ງຊາດ ຫວຽດນາມ ແລະ ກໍ່ແມ່ນການນຳຍິງຄົນທຳອິດໃນບັນດາຕຳແໜ່ງຫຼັກແຫຼ່ງຂອງພັກ, ລັດ. ທ່ານນາງກໍ່ແມ່ນຄົນທຳອິດ ທີ່ໄດ້ປະຕິບັດລະບຽບການສາບານຕົວເຂົ້າດຳລົງຕຳແໜ່ງ.

ຕອນບ່າຍວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດໄດ້ຍື່ນບັນຊີລາຍຊື່ຜູ້ໄດ້ຮັບການແນະນຳ ເພື່ອໃຫ້ສະພາແຫ່ງຊາດເລືອກຕັ້ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງຄົນໃໝ່. ຜູ້ໄດ້ຮັບການແນະນຳ ແມ່ນທ່ານ ເວືອງດີງເຫ້ວ, ກຳມະການກົມການເມືອງ, ເລຂາຄະນະພັກນະຄອນ ຮ່າໂນ້ຍ, ຫົວໜ້າຄະນະ ສສຊ ນະຄອນ ຮ່າໂນ້ຍ ຊຸດທີ XIV.

       ຕາມລາຍການຂອງສະພາແຫ່ງຊາດ, ວັນທີ 31 ມີນາ, ສະພາແຫ່ງຊາດຈະເລືອກຕັ້ງປະທານສະພາແຫ່ງຊາດ, ປະທານສະພາເລືອກຕັ້ງແຫ່ງຊາດຄົນໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ