ສະພາແຫ່ງຊາດໃຫ້ສັດຕະຍາບັນບັນດາຕຳແຫນ່ງສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ,ສະພາເລືອກຕັ້ງແຫ່ງຊາດ

ສະພາແຫ່ງຊາດໃຫ້ສັດຕະຍາບັນບັນດາຕຳແຫນ່ງສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ,ສະພາເລືອກຕັ້ງແຫ່ງຊາດ - ảnh 1
(ທ່ານ​ນາງ ດັ້ງ​ທິ​ງອກ​ທິ້ງ, ຮອງ​ປະ​ທານ​ປະ​ເທດ​ເປັນ
​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ)

(vovworld)- ຕອນ​ບ່າຍ​ວັນ​ທີ 11/4, ສະ​ພາ​ແຫ່ງ​ຊາດ​ດຳ​ເນີນ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຄຳ​ສະ​ເຫນີ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ບັນ​ຊີ​ລາຍ​ຊືີ່​ຮອງປະ​ທານສ​ະ​ພາ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ກ​ຳ​ມະ​ການ​ສະ​ພາ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ໃຫ້​ສັດ​ຕະ​ຍາ​ບັນ​ຄຳ​ສະ​ເຫນີ​ຂອງ​ທ່ານ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກ່ຽວ​ກັບ​ບ​ັນ​ຊີ​ລາຍ​ຊື່​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ​ ແລະ ກຳ​ມະ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດດ້ວຍ​ຮູບ​ການ​ປ່ອ​ນ​ບັດ​ປິດ​ລັບ. ສະ​ພາ​ແຫ່ງ​ຊາດ​ເຫັນ​ດີ​ໃຫ້​ສັດ​ຕະ​ຍາ​ບັນ​ທ່ານ ຫງວຽນ​ຊວນ​ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຮອງ​ປະ​ທານ​ສະ​ພາ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ສະ​ພາ​ແຫ່ງ​ຊາດ​ໃຫ້​ສັດ​ຕະ​ຍາ​ບັນ​ທ່ານ ເຈືອງ​ຮ່​ວາ​ບີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ, ທ່ານ​ນາງ ດັ້ງ​ທິ​ງອກ​ທິ້ງ, ຮອງ​ປະ​ທານ​ປະ​ເທດ​ເປັນ​ຮອງ​ປະ​ທານ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ