ສະພາແຫ່ງຊາດໃຫ້ສັດຕະຍາບັນແຕ່ງຕັ້ງບັນດາສະມາຊິກລັດຖະບານ

ສະພາແຫ່ງຊາດໃຫ້ສັດຕະຍາບັນແຕ່ງຕັ້ງບັນດາສະມາຊິກລັດຖະບານ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ຕອນ​ເຊົ້າ​ວັນ​ທີ 28/07, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​​ໄດ້ຮັບ​ຟັງ​ບົດ​ລາຍ​ງານ​ໝາກຜົນ​ແຫ່ງ​ການ​ປຶກສາ​ຫາລື​ຕາມ​ຄະນະ​ ກ່ຽວ​ກັບ​ເລື່ອງ​ໃຫ້​ສັດຕະຍາບັນ​ສະ​ເໜີ​ແຕ່ງ​ຕັ້ງ​ບັນດາ​ຮອງ​ນາຍົກລັດຖະມົນຕີ, ບັນດາ​ລັດຖະມົນຕີ ​ແລະ ສະມາຊິກ​ອື່ນໆ​ຂອງ​ລັດຖະບານ; ທ່ານ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ລາຍງານ​ຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ອະພິ​ປາຍ, ຮັບ​​ເອົາຄຳ​ເຫັນ​ຂອງ​ສະມາຊິ​ກສະພາ​ແຫ່ງ​ຊາດ​​ກ່ຽວ​ກັບ​​ເນື້ອ​​ໃນ​ດັ່ງກ່າວ. ຕາມ​ໝາກຜົນ​ການ​ປ່ອນ​ບັດ​ປິດ​ລັບໂດຍ​ຄະນະ​ນັບບັດ​ປະກາດ, ສະພາ​ແຫ່ງ​ຊາດ​ເຫັນ​ດີ​ຕໍ່​ໃບ​ສະ​ເໜີ​ແຕ່ງ​ຕັ້ງຮອງ​ນາຍົກລັດຖະມົນຕີລວມມີ: ທ່ານ ຟ້າ​ມບີ​ງມິ​ງ, ທ່ານ ​ເວ​ືອງດີງ​ເຫວ້, ທ່ານ ຫວູດຶກ​ດາມ, ທ່ານ ​ເຈືອງ​ຮ່ວາ​ບີ​ງ ​ແລະ ທ່ານ ຈີ້​ງດີງຢຸງ. ສະພາ​ແຫ່ງ​ຊາດ​ກໍ່​ເຫັນ​ດີ​ໃຫ້​ສັດຕະຍາບັນ​ຕໍ່ໃບ​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ຕຳ​ແໜ່​ງ​ລັດຖະມົນຕີ ​ແລະ ບັນດາ​ສະມາຊິກ​ອື່ນໆ​ຂອງລັດຖະບານ.

        ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​​ໄດ້ດຳ​ເນີນ​ການ​ໃຫ້​ສັດຕະຍາບັນ​​​ແກ່​ໃບສະ​ເໜີຂອງ​ປະທານ​ປະ​ເທດກ່ຽວ​ກັບ​ບັນຊີ​ລາຍ​ຊື່​ບັນດາ​ຮອງປະທານ ​ແລະ ບັນດາ​ກຳມະການ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ. ຕາມ​ນັ້ນ​ແລ້ວ ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຮອງ​ປະທານ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ, ບັນດາ​ສະມາຊິກ ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ລວມມີ: ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ; ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂງ​ຊວນ​ລິ​ກ ​ແລະ ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫລວດ ​ໂຕ​ເລີມ.

ຂ່າວ/ບົດ​ອື່ນ