ສະພາແຫ່ງຊາດໃໝ່ຂອງ ລີບີ ຈັດກອງປະຊຸມ ຄັ້ງທຳອິດ

ສະພາແຫ່ງຊາດໃໝ່ຂອງ ລີບີ ຈັດກອງປະຊຸມ ຄັ້ງທຳອິດ - ảnh 1
ສະພາ​ແຫ່ງ​ຊາດ​ໃໝ່​ຂອງ ລີ​ບີ ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ
(ພາບ: TTXVN)

(vovworld) –  ວັນ​ທີ 04/08, ສະມາຊິກ​ສະພາ​ແຫ່ງ​ຊາດ​ລີ​ບີ​ ກວ່າ 150  ທ່ານ​ຫາ​ກໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມຄັ້ງ​ທຳ​ອິດ​ຢູ່​ນະຄອນ Tobruk, ທາງ​ທິດຕາ​ເວັນ​ອອກ​ລີ​ບີ ຢ່າງເປັນ​ທາງ​ການ, ​ໃນ​ສະພາບບັນດາ​ມື​ປືນ​ຍັງສືບ​ຕໍ່​ປະ​ທະ​ກັນ​ຢູ່​ປະ​ເທດ​ອາ​ຟລິ​ກາ​ເໜືອ​ນີ້. ກອງປະຊຸມ​ສະພາ​ແຫ່ງ​ຊາດ​ຄັ້ງ​ທຳ​ອິດຖືກຈັດ​ຕັ້ງ​ຢູ່​ນະຄອນ Tobruk ຍ້ອນ​ນະຄອນ​ຕົ້ນ​ຕໍຢູ່​ທິດຕາ​ເວັນ​ອອກ​ຂອງ​ປະ​ເທດ​ນີ້ ​ແມ່ນ Benghazi ​ແລະ ນະຄອນຫຼວງ Tripoli ພວມ​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ຝ່າຍ​ຕ່າງໆຢ່າງ​ຂ້ຽວຂາດ. ​ແຕ່​ວ່າ, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດທີ່​ສະ​ໜັບ​ສະ​ໜູນອິດສລາມ ​ໄດ້​ປະຕິ​ເສດ​ກອງ​ປະຊຸມ, ພ້ອມ​ທັງ​ຮຽກຮ້ອງ​ຈັດ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ຝ່າຍ​ຄ້ານ​ຢູ່​ນະຄອນຫຼວງ Tripoli.

        ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ໄດ້​ເລືອກ​ຕັ້ງ​ທ່ານ Aguila Saleh Iissa ​ເປັນ​ປະທານ​ສະພາ​ແຫ່ງ​ຊາດ​ຊຸດ​​ໃໝ່​ຂອງ​ລີ​ບີ. ທ່ານ Saleh Iissa ​ແມ່ນ​ສະມາຊິກ​ເອກະລາດ, ​ຜູ້​ທີ່ເຄີຍ​ດຳລົງຫຼາຍ​ຕຳ​ແໜ່​ງ​ໃນ​ຂະ​ແໜງ​ຍຸດຕິ​ທຳ. ​ສະພາ​ແຫ່ງ​ຊາດ​​ໃໝ່ຂອງ​ລີ​ບີ ​ໂດຍ​ທ່ານ Aguila Saleh Iissa ນຳ​ໜ້າ ຈະ​ຮັບ​ໜ້າ​ທີ່​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ກ່ອນ ດ້ວຍ​ສະມາຊິກ​ສະພາ​ແຫ່ງ​ຊາດ​ສ່ວນ​ຫຼາຍ​ແມ່ນ​ຂຶ້ນ​ກັບ​ບັນດາ​ກຸ່ມ​ອິດສລາມ.

ຂ່າວ/ບົດ​ອື່ນ