ສະພາແຫ່ງຊາດໄທປຶກສາຫາລືຄຳຕັດສິນຂອງສານຍຸຕິທຳສາກົນກ່ຽວກັບພະວິຫານPreah Vihear

ສະພາແຫ່ງຊາດໄທປຶກສາຫາລືຄຳຕັດສິນຂອງສານຍຸຕິທຳສາກົນກ່ຽວກັບພະວິຫານPreah Vihear - ảnh 1
ພະ​ວິຫານ Preah Vihear
photo: internet


(vovworld)- ​​​​ ວັນ​ທີ 13/11, ສະພາ​ແຫ່ງ​ຊາດ​ໄທ ​ໄດ້ດຳ​ເນີນ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຄຳ​ຕັດສິນ​ຂອງ​ສານ​ຍຸຕິ​ທຳ​ສາກົນ​ເມື່ອ​ວັນ​ທີ 11/11 ກ່ຽວ​ກັບ​ພະ​ວິຫານ Preah Vihear ຕາມ​ຂໍ້​ກຳນົດ​ໃນ​ມາດ​ຕາ 179 ຂອງ​ລັດຖະທຳ​ມະນູນ​ໄທ. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ ວິຣາ​ໄຊ, ​ເອກ​ອັກຄະ​ລັດຖະທູດ ​ໄທ​ປະຈຳ ​ໂຮ​ນລັງ, ຫົວຫນ້າ​ຄະນະ​ທະນາຍຄວາມ​ຂອງ​ໄທ ​ທີ່ເຂົ້າຮ່ວມ​ການ​ໂຕ້​ຖຽງ​ຢູ່​ສານ​ຍຸຕິ​ທຳ​ສາກົນ ສະຫລຸບ​ບັນດາ​ເນື້ອ​ໃນ​ສຳຄັນ​ໃນ​ຄຳ​ຕັດສິນ​ຂອງ​ສານ​ຍຸຕິ​ທຳ​ສາກົນ, ພ້ອມ​ທັງ​ອະທິ​ບາຍ​ຢ່າງ​ຈະ​ແຈ​້ງ​​ເພື່ອໃຫ້​​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຮັບ​ຊາບກ່ຽວ​ກັບ​ບາງ​ບັນຫາ​ສະ​ດວກ ​ແລະ ຫຍຸ້ງຍາກ​ຂອງ​ໄທ ​ແລະ ກຳ​ປູ​ເຈຍ ​ໃນ​ການ​ປະຕິບັດ​ຄຳ​ຕັດສິນ​ດັ່ງກ່າວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່ານ​ນາງນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ ​ເນັ້ນ​ຫນັກ​ວ່າ: ລັດຖະບານ​ໄທ ຈະ​ທາ​ບທາມ​ຄຳ​ເຫັນ ​ແລະ ຍື່ນ​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ວິວັດ​ການ​ແກ້​ໄຂ​ບັນຫາ​ກ່ຽວຂ້ອງ​ເຖິງ​ພະ​ວິຫານ Preah Vihear.

 

ຂ່າວ/ບົດ​ອື່ນ