ສະພາແຫ່ງຊາດໄທຮັບຮອງເອົາ 3 ຮ່າງລັດຖະທຳມະນູນສະບັບປັງປຸງ.

ສະພາແຫ່ງຊາດໄທຮັບຮອງເອົາ  3 ຮ່າງລັດຖະທຳມະນູນສະບັບປັງປຸງ.  - ảnh 1
ວາລະປະຊຸມຂອງສະພາແຫ່ງຊາດໄທ (ພາບ  : internet)

Vovworld-​   ໃນ​ກອງ​ປະຊຸມ​ຂອງ​ສະພາ​ຜູ້​ແທນ​ລາດ​ຊະ​ດອນ ​ແລະ ວຸດທິສະພາໄທເມື່ອ ວັນທີ 4/4, ສະພາ ແຫ່ງຊາດໄທ ໄດ້ປ່ອນບັດຮັບຮອງເອົາ ຮ່າງເອກະສານ 3 ສະບັບ ກ່ຽວກັບການປັບປຸງບາງຂໍ້ມາດຕາໃນລັດຖະທຳ ມະນູນປີ 2007 ຂອງປະເທດ. ໃນບັນດາຮ່າງເອກະສານດັ່ງກ່າວ, ຮ່າງເອກະສານສະບັບທຳອິດ ແມ່ນປັບປຸງ ບັນດາຂໍ້ມາດຕາທີ່ກ່ຽວຂ້ອງ ເຖິງລະບອບ ການເລືອກຕັ້ງ, ການບົ່ງຕົວ ແລະ ອາຍຸການຂອງສະມາຊິກ ສະພາສູງ, ນຳສະເໜີຫລັກການສະມາຊິກ ສະພາສູງ ທຸກໆ​ຄົນລ້ວນ​ແຕ່​ຕ້ອງໄດ້ ຮັບ​ການ​ເລືອກ​ເຟັ້ນຜ່ານ​ການ​ເລືອກ​ຕັ້ງ ​ແລະ ສາມາດ​ອອກສະໝັກ​​ເລືອກ​ຕັ້ງ​ເມື່ອ​ໝົດ​ອາຍຸ​ການ. ສຳລັບຮ່າງເອກະສານສະບັບ ທີ 2 , ​ແມ່ນ​ປັບປຸງ​ຂໍ້​ມາດຕາ 190, ຊຶ່ງ​ກ່ຽວຂ້ອງ​ເຖິງ​ການ​ເຊັນ​ບັນດາ​ຂໍ້​ຕົກ​ລົງ​ສາກົນ ຂອງ​ລັດຖະບານ. ສ່ວນຮ່າງ ເອກະສານສະບັບ​ທີ່​ຍັງ​ເຫຼືອ ​ແມ່ນ​ສະ​ເໜີ​ປັບປຸງ​ຂໍ້​ມາດຕາ 68, ​ແລະ 237, ​ໃນ​ນັ້ນ​ເນື້ອ​ໃນ​ປັບປຸງ ຂໍ້​ມາດຕາ 68 ​ແມ່ນ​ກຳນົດ​ບັນດາ​ໃບ​ຮ້ອງ​ຟ້ອງ​ທີ່ກ່ຽວຂ້ອງ​ເຖິງການ​ກະທຳ​ທຳລາຍ​ລະບອບ​ລາຊາທິປະ​ໄຕ​ໃຕ້​ລັດຖະທຳ​ມະນູນ ​ແມ່ນ​ຕ້ອງ​ຍືນ​ເຖິງ​ຫ້ອງການ​ກະຊວງ​ຍຸຕິ​ທຳ​ພິຈາລະນາ ກ່ອນ​ທີ່​ຈະ​ສົ່ງ​ເຖິງ​ສານ​ລັດຖະທຳ​ມະນູນ.

 

 

 

 

 

ຂ່າວ/ບົດ​ອື່ນ