ສະພາໄກເກ່ຍແລະສັນຕີພາບອາຊີສະໜັບສະໜູນແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີຂອງຫວຽດນາມ

ສະພາໄກເກ່ຍແລະສັນຕີພາບອາຊີສະໜັບສະໜູນແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີຂອງຫວຽດນາມ - ảnh 1
ທ່ານ Surakiart Sathiratha ແລະ ທ່ານ ຟ້າ​ມບິ່ງ​ມິ​ງ
(ພາບ: VGP/Hải Minh)

(​vovworld) – ຕອນ​ບ່າຍ​ວັນ​ທີ 13/8, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Surakiart Sathiratha, ປະທານ​ສະພາ​ໄກ​​ເກ່ຍ ​ແລະ ສັນ​ຕີ​ພາບ ອາຊີ (APRC). ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີການ​ຕ່າງປະ​ເທດ ​ຟ້າ​ມບິ່ງ​ມິ​ງ ຕີ​ລາຄາ​ສູງ​ບົດບາດ​ຂອງ APRC ​ແລະ ທ່ານ Surakiart ​ໃນ​ການ​ໜູນ​ຊ່ວຍ​ບັນດາ​ລັດຖະບານ​ຢູ່ ອາຊີ ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ປະກອບສ່ວນ​ຊຸກຍູ້​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ທ່ານປະທານ APRC, Surakiart Sathiratha, ​ເຫັນ​ດີ​ເຫັນ​ພ້ອມ​ບັນດາ​ວິທີການ​​ແກ້​ໄຂ​​ໂດຍ​ສັນຕິ​ວິທີ​​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຂອງ ຫວຽດນາມ. ທ່ານ​ປະທານ APRC ຢືນຢັນ​ວ່າ: ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ສາກົນ​ເອກະລາດ APRC ຈະ​ມານະ​ພະຍາຍາມ​ມີ​ບັນດາ​ການ​ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ໄກເກ່ຍ ​ແລະ ​ແກ້​ໄຂ​ໂດຍ​ສັນຕິ​ວິທີ​ບັນດາ​ການ​ຂັດ​​ແຍ້​ງຢູ່ ອາຊີ​ເວົ້າ​ລວມ ​ແລະ ຢູ່​ທະ​ເລ​ທະ​ເວັນ​ອອກ​ເວົ້າສ​ະ​ເພາະບົນ​ພື້ນຖານ​ກົດໝາຍ​ສາກົນ.

​      ແລະ​ກໍ່​ໃນຕອນ​ບ່າຍ​ວັນ​ດຽວ​ກັນ, ທີ່​ການ​ຕ້ອນຮັບ​ທ່ານ Surakiart Sathirathai ປະທານ​ສະພາ​ສັນຕິພາບ​ໄກ​ເກ່ັຍອາຊີ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ ​ໃຫ້​ຮູ້​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ຕີ​ລາຄາ​ສູງສະພາ​ສັນຕິພາບ​ໄກ​ເກ່ັຍອາຊີ ​ແລະ ສະໜັບສະໜູນ​ການ​ແກ້​ໄຂ​ບັນດາ​ບັນຫາ​​ເຜົ່າ​ພັນ, ສາສະໜາ, ການ​ຂັດ​ແຍ້​ງ​ເຂດ​ຊາຍ​ແດນດ້ວຍ​ມາດ​ຕະການສັນຕິວິທີ. ສະພາ​ແຫ່ງ​ຊາດ​ຫວຽດນາມ ສະໜັບ​ສະໜູນສະພາ​ສັນຕິພາບ​ໄກ​ເກ່ັຍອາຊີ ສົມທົບ​ກັບ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃນ​ການ​ສົມທົບ​ກັນ​ແກ້​ໄຂ​ບັນດາ​ບັນຫາ​ປະ​ທະ​ກັນ​ຢູ່​ພາກ​ພື້ນ ​ແລະ ສາກົນ ດ້ວຍ​ມາດ​ຕະການ​ສິນ​ຕິ​ພາບ, ​ເຄົາລົບ​ກົດໝາ​ຍສາກົນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ ອວງຈູ​ລິວ ​ເນັ້ນ​ໜັກ​ວ່າ ດ້ວຍ​ບົດຮຽນ ​ແລະ ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ​ສະພາ​ສັນຕິພາບ​ໄກ​ເກ່ັຍອາຊີ ຈະ​ແມ່ນ​ອົງການ​ໜູນ​ຊ່ວຍ​ທາງ​ການ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ການ​ສ້າງສັນ​ຕິ​ພາບ ​ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມອາ​ຊຽນ ທີ່​ໝັ້ນ​ຄົນ​ເຂັ້ນ​ແຂງ​ໃນ​ໄລຍະ​ຈະ​ມາ​ເຖິງ.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ປາດ​ຖະໜາ​ວ່າ ​ສະພາ​ສັນຕິພາບ​ໄກ​ເກ່ັຍອາຊີ ກໍ່​ຄື​ສາດສະດາຈານ Surakiart Sathirathai ຈະ​ສວມ​ບົດບາດ​ເປັນ​ຂົວ​ຕໍ່​ຊ່ວຍ​ປະຊາ​ຄົມ​ໂລກ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ເຊິ່ງ​ເປັນ​ປະ​ເທດ​ທີ່​ຍາມ​ໃດ​ກໍ່​ຮັກ​ຫອມ​ສັນຕິພາບ​.



ຂ່າວ/ບົດ​ອື່ນ