ສະ​ມັດ​ຊາ​ໃຫຍ່ AIPA – 42: ພ້ອມ​ກັນ​ສູ້​ຊົນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງວັດ​ທະ​ນາ​ຖາ​ວອນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ

(VOVWORLD) -ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ AIPA ໄດ້ປະສົບຜົນສຳເລັດໃນບາງເນື້ອໃນ: ຫົວຂໍ້ຂອງກອງປະຊຸມດຶງດູດໄດ້ຄວາມສົນໃຈ ຂອງ ບັນດາລັດຖະສະພາສະມາຊິກກໍ່ຄື ບັນດາລັດຖະສະພາ, ຜູ້ສັງເກດການ ແລະ ແຂກຖືກເຊີນ. 
ສະ​ມັດ​ຊາ​ໃຫຍ່ AIPA – 42: ພ້ອມ​ກັນ​ສູ້​ຊົນ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງວັດ​ທະ​ນາ​ຖາ​ວອນ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຂົ້າຮ່ວມພິທີອັດກອງປະຊຸມສະມັດຊາໃຫຍ່ AIPA - 42

ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ AIPA – 42 ດ້ວຍຫົວຂໍ້: “ພັດທະນາການພົວພັນຮ່ວມມືລັດຖະສະພາ ໃນຂົງເຂດດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ປີ 2025” ແບບທາງໄກ ໄດ້ອັດລົງພາຍລັງການເຮັດວຽກມາເປັນເວລາ 3 ວັນ. ເມື່ອແບ່ງປັນກັບສື່ມວນຊົນກ່ຽວກັບໝາກຜົນຂອງກອງປະຊຸມສະມັດຊາໃຫຍ່, ທ່ານ ຫວູຫາຍຮ່າ ຫົວໜ້າກຳມາທິການການພົວພັນຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 42 ຂອງ ສະມັດຊາໃຫຍ່ AIPA ໄດ້ປະສົບຜົນສຳເລັດໃນບາງເນື້ອໃນ: ຫົວຂໍ້ຂອງກອງປະຊຸມດຶງດູດໄດ້ຄວາມສົນໃຈ ຂອງ ບັນດາລັດຖະສະພາສະມາຊິກກໍ່ຄື ບັນດາລັດຖະສະພາ, ຜູ້ສັງເກດການ ແລະ ແຂກຖືກເຊີນ. ທຸກໆສະມາຊິກ ລ້ວນແຕ່ຢັ້ງຢືນວ່າ AIPA ໃຫ້ຄຳໝັ້ນສັນຍາຮ່ວມເດີນທາງກັບ ອາຊຽນ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້ ເພື່ອພ້ອມກັນສ້າງປະຊາຄົມ ອາຊຽນ ແຫ່ງຄວາມສາມັກຄີ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມຸ່ງໄປເຖິງການສ້າງປະຊາຄົມ ອາຊຽນ ໃນປີ 2025 ແລະ ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ ໃນການສ້າງໂຄງປະກອບໃນພາກພື້ນ.

ເຂົ້າຮ່ວມ AIPA ຄັ້ງນີ້, ຫວຽດນາມ ມີບັນດາຂໍ້ສະເໜີ, ຂໍ້ສະເໜີແນະ ທີ່ມີລັກສະນະເປີດເຜີຍ, ກຳນົດທິດໃຫ້ແກ່ການເຄື່ອນໄຫວຂອງລັດຖະສະພາສະມາຊິກ ໃນພາກພື້ນ, ນັ້ນແມ່ນປະຕິບັດກອບນິຕິກຳ ກ່ຽວກັບການຫັນເປັນດີຈີຕອນກວມລວມ ມຸ່ງໄປເຖິງປະຊາຄົມອາຊຽນ ໃຫ້ສົມບູນແບບ, ລະດົມບັນດາຮູບແບບການລົງທຶນທີ່ເໝາະສົມ, ສົມທົບລະຫວ່າງພາກລັດ - ພາກເອກະຊົນ, ເພື່ອສ້າງໄດ້ພື້ນຖານໂຄງລ່າງດີຈີຕອນ ແລະ ພັດທະນາລະບົບນິເວດດີຈີຕອນ... ບັນດາຂໍ້ສະເໜີນີ້ຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງຕັ້ງໜ້າຈາກບັນດາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ