ສະ​ມັດ​ຊາ​ໃຫຍ່ UNESCO ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 41 ຢູ່ ປາ​ຣີ

(VOVWORLD) -ກອງປະຊຸມຄັ້ງທີ 41 ຂອງ ສະມັດຊາໃຫຍ່ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ໄຂຂຶ້ນ ໃນວັນທີ 9 ພະຈິກ ຢູ່ສຳນັກງານຂອງ ອົງການນີ້ ທີ່ນະຄອນຫຼວງ ປາຣີ (ປະເທດ ຝລັ່ງ).

ສະ​ມັດ​ຊາ​ໃຫຍ່ UNESCO ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 41 ຢູ່ ປາ​ຣີ - ảnh 1ສຳນັກງານຂອງ ອົງການ UNESCO ທີ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ (ພາບ: TTXVN)

ກອງປະຊຸມຄັ້ງນີ້ ໄດ້ສ້າງຂີດໝາຍ 75 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາຂອງ UNESCO. ໃນຂອບເຂດຂອງກອງປະຊຸມ ທີ່ດຳເນີນແຕ່ ວັນທີ 11 ຮອດວັນທີ 24 ພະຈິກ, ກອງປະຊຸມຈະພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານການເຄື່ອນໄຫວຂອງ ບັນດາຄະນະກຳມະການ, ຂໍ້ສະເໜີຂອງ ຄະນະບໍລິຫານງານ ທີ່ກ່ຽວຂ້ອງເຖິງການຮັບເອົາຜູ້ສັງເກດການ ຈາກອົງການຈັດຕັ້ງສາກົນ ທີ່ບໍ່ຂຶ້ນກັບລັດຖະບານ, ບົດລາຍງານຂອງ ຜູ້ອຳນວຍການໃຫຍ່ ກ່ຽວກັບ ການເຄື່ອນໄຫວ ໃນອາຍຸການ 2018 – 2020, ຮັບຮອງເອົາໂຄງການກະທຳ 2020 – 2023 ແລະ ພິເສດ ແມ່ນຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ UNESCO.

ໃນມືທຳອິດດຳເນີນກອງປະຊຸມ, ກອງປະຊຸມໄດ້ເລືອກຕັ້ງປະທານ ແລະ ຮອງປະທານຄະນະກຳມະການຕ່າງໆ, ພ້ອມທັງປ່ອນບັດ ເລືອກຕັ້ງຜູ້ອຳນວຍການໃຫຍ່ຄົນໃໝ່. ທ່ານນາງ Audrey Azoulay ໄດ້ຮັບການເລືອກຕັ້ງເປັນຜູ້ອຳນວຍການໃຫຍ່ຂອງ UNESCO ອາຍຸການທີ 2 ດ້ວຍບັດສະໜັບສະໜູນ 155 ບັດ ໃນຈຳນວນ 169 ບັດ.

ຕອບກັບ

ຂ່າວ/ບົດ​ອື່ນ