ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນ ກາຍ​ເປັນ​ສະ​ມາ​ຊິ​ກ​ຢ່າງ​ເປັນ​ທາງ​ການ

(VOVWORLD) -  ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ປຶກສາຫາລື ແລະ ປ່ອນບັດຮັບຮອງເອົາມະຕິສະບັບດັ່ງກ່າວ ດ້ວຍຈຳນວນບັດສະໜັບສະໜູນບັນລຸອັດຕາຂາດຂັ້ນ 143 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 25 ບັດ. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສະ​ໜັບ​ສະ​ໜູນ ປາ​ແລັດ​ສະ​ຕິນ ກາຍ​ເປັນ​ສະ​ມາ​ຊິ​ກ​ຢ່າງ​ເປັນ​ທາງ​ການ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ ຈັດຂຶ້ນໃນວັນທີ 7 ກຸມພາ 2024 (ພາບ: THX/TTXVN)     

ວັນທີ 10 ພຶດສະພາ, ຢູ່ສຳນັກງານ ສປຊ ຕັ້ງຢູ່ ນິວຢອກ (ອາເມລິກາ), ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງ ສະພາຄວາມໝັ້ນຄົງ ສປຊ ພິຈາລະນາສະໜັບສະໜູນ ປາແລັດສະຕິນ ກາຍເປັນສະມາຊິກຢ່າງເປັນທາງການຂອງອົງການຫຼາຍຝ່າຍໃຫຍ່ສຸດໃນໂລກນີ້. ກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ປຶກສາຫາລື ແລະ ປ່ອນບັດຮັບຮອງເອົາມະຕິສະບັບດັ່ງກ່າວ ດ້ວຍຈຳນວນບັດສະໜັບສະໜູນບັນລຸອັດຕາຂາດຂັ້ນ 143 ບັດ, ບັດຄ້ານ 9 ບັດ ແລະ ບັດຂາວ 25 ບັດ. ມະຕິສະບັບດັ່ງກ່າວຖະແຫຼງວ່າ ລັດ ປາແລັດສະຕິນ ມີມາດຕະຖານຢ່າງຄົບຖ້ວນກາຍເປັນສະມາຊິກຂອງ ສປຊ ຢ່າງເປັນທາງການ, ພ້ອມທັງສະເໜີແນະສະພາຄວາມໝັ້ນຄົງ ສປຊ ພິຈາລະຈາສະໜັບສະໜູນວິວັດທະນາການນີ້.

             ທ່ານປະທານາທິບໍດີ ປາແລັດສະຕິນ, Mahmoud Abbas, ຊົມເຊີຍເລື່ອງ ມະຕິສະບັບດັ່ງກ່າວໄດ້ຮັບການຮັບຮອງເອົາໃນກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ຂອບໃຈບັນດາປະເທດທີ່ໄດ້ໃຫ້ການສະໜັບສະໜູນ. ທ່ານ ກໍເນັ້ນໜັກວ່າ ປາແລັດສະຕິນ ຈະສືບຕໍ່ມານະພະຍາຍາມກາຍເປັນສະມາຊິກທີ່ຄົບຖ້ວນຂອງ ສປຊ; ພ້ອມທັງຮຽກຮ້ອງໃຫ້ ອາເມລິກາ ບໍ່ຢັບຢັ້ງ ແລະ ສະໜັບສະໜູນຄວາມມານະພະຍາຍາມຂອງ ປາແລັດສະຕິນ.

            ປາແລັດສະຕິນ, ນັກຂ່າວ VOV ປະຈຳ ອາເມລິກາ


ຕອບກັບ

ຂ່າວ/ບົດ​ອື່ນ