ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຫ້າມ​ຜັນ​ຂະ​ຫຍາຍ​ອາ​ວຸດ​ໃນ​ອາ​ວະ​ກາດ

(VOVWORLD) -ວັນທີ 7 ທັນວາ ກອງປະຊຸມສະມັດຊາໃຫຍ່ ສປຊ  ໄດ້ຮັບຮອງເອົາຮ່າງມະຕິໂດຍລັດເຊຍສະເໜີກ່ຽວກັບການຫ້າມຜັນຂະຫຍາຍອາວຸດທຳອິດໃນອາວະກາດ. ຂໍ້ລິເລີ່ມຂອງລັດເຊຍໄດ້ຮັບບັດສະໜັບສະໜູນ 122 ບັດ, ບັດຄ້ານ 50 ບັດ ແລະ ບັດຂາວ 4 ບັດ.
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຫ້າມ​ຜັນ​ຂະ​ຫຍາຍ​ອາ​ວຸດ​ໃນ​ອາ​ວະ​ກາດ - ảnh 1ກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ນິວຢອກ (ພາບ: AFP/TTXVN)

ມະຕິ ມີຊື່ເຕັມວ່າ “ບໍ່ຜັນຂະຫຍາຍອາວຸດທຳອິດໃນອາວະກາດ”, ໄດ້ກະຕຸກຊຸກຍູ້ໃຫ້ສະມາຊິກ ສປຊ ທັງໝົດ, ເປັນຕົ້ນແມ່ນບັນດາປະເທດ ທີ່ມີຄວາມສາມາດດ້ານອາວະກາດ, ຊັ່ງຊາຄວາມສາມາດ “ຊຸກຍູ້ຢ່າງເໝາະສົມຕໍ່ຄຳໝັ້ນສັນຍາດ້ານການເມືອງກ່ຽວກັບເລື່ອງບໍ່ໃຫ້ກາຍເປັນປະເທດທຳອິດທີ່ຜັນຂະຫຍາຍອາວຸດໃນອາວະກາດ”.

        ຕາມເອກະສານດັ່ງກ່າວແລ້ວ, ກອງປະຊຸມ ສະມັດຊາໃຫຍ່ ສປຊ ຈະເລັ່ງໃຫ້ມີການເຄື່ອນໄຫວແທດຈິງ ໂດຍໄວ ບົນພື້ນຖານຮ່າງສົນທິສັນຍາທີ່ໄດ້ອັບເດັດກ່ຽວກັບການຫ້າມຜັນຂະຫຍາຍອາວຸດໃນອາວະກາດ. ຮ່າງສົນທິສັນຍາສະບັບນີ້ ໂດຍຈີນ ແລະ ລັດເຊຍ ຍົກອອກມາຢູ່ກອງປະຊຸມຫຼຸດຜ່ອນປົດອາວຸດການທະຫານ ໃນປີ 2008 ເພື່ອແນໃສ່ສະກັດກັ້ນຄວາມສ່ຽງຊ່ວງເສັງ ອາວຸດໃນອາວະກາດ, ພ້ອມທັງຖືສິ່ງນີ້ແມ່ນໜ້າທີ່ຈຳເປັນ ແລະ ຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ