ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ລັດ​ເຊຍ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ຢູ​ແກຼນ

(VOVWORLD) -ວັນທີ 2 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ ລັດເຊຍ ຖອນກຳລັງທະຫານອອກຈາກ ຢູແກຼນ ໃນທັນທີ.

ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ລັດ​ເຊຍ ຖອນ​ກຳ​ລັງ​ທະ​ຫານ​ອອກ​ຈາກ ຢູ​ແກຼນ - ảnh 1ວາລະປະຊຸມພິເສດກ່ຽວກັບວິກິດການຢູ່ ຢູແກຼນ (ພາບ: npr.org)

ໃນມື້ສຸດທ້າຍຂອງວາລະປະຊຸມພິເສດກ່ຽວກັບວິກິດການຢູ່ ຢູແກຼນ ຄືວັນທີ 2 ມີນາ, ສະມັດຊາໃຫຍ່ ສປຊ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ ລັດເຊຍ ຖອນກຳລັງທະຫານອອກຈາກ ຢູແກຼນ ໃນທັນທີ.

    ມະຕິສະບັບດັ່ງກ່າວ ໄດ້ຮັບບັດສະໜັບສະໜູນ 141 ບັດໃນຈຳນວນ 193 ປະເທດສະມາຊິກຂອງ ສປຊ, ບັນລຸຄວາມເຫັນດີ 73%. ຈີນແມ່ນໜຶ່ງໃນຈຳນວນ 35 ປະເທດ ທີ່ປ່ອນບັດຂາວ ແລະ 5 ປະເທດປ່ອນບັດຄ້ານລວມມີ Eritrea, ສປປ.ເກົາຫຼີ, ຊີຣີ, ເບລາຣຸດ ແລະ ລັດເຊຍ.

ມະຕິໄດ້ຮັບຮອງເອົາ ພາຍຫຼັງທີ່ມີປະເທດສະມາຊິກ ສປຊ ກວ່າ 100 ປະເທດ ໄດ້ສະແດງທັດສະນະຂອງຕົນໃນ 3 ວັນທີ່ດຳເນີນກອງປະຊຸມພິເສດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ