ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິໂດຍຫວຽດນາມ ເປັນປະທານຮ່ວມກ່ຽວກັບການກຽມພ້ອມປ້ອງກັນ ແລະ ຮັບມືກັບໂລກລະບາດ

(VOVWORLD) - ມະຕິໄດ້ຮັບຄວາມເຫັນດີເຫັນພ້ອມຂອງທຸກໆປະເທດ, ດ້ວຍການເຂົ້າຮ່ວມອຸປະຖຳຂອງ 129 ປະເທດ.
ສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິໂດຍຫວຽດນາມ ເປັນປະທານຮ່ວມກ່ຽວກັບການກຽມພ້ອມປ້ອງກັນ ແລະ ຮັບມືກັບໂລກລະບາດ - ảnh 1ຜູ້ຕາງໜ້າ ຫວຽດນາມ ຢູ່ ກອງປະຊຸມຂອງ ສະມັດຊາໃຫຍ່ ສປຊ

 ວັນທີ 2 ກັນຍາ, ສະມັດຊາໃຫຍ່ ສປຊ ໄດ້ເຫັນດີເປັນເອກະພາບຮັບຮອງເອົາມະຕິວ່າດ້ວຍການຈັດຕັ້ງກອງປະຊຸມຂັ້ນສູງກ່ຽວກັບການກຽມພ້ອມ, ປ້ອງກັນ ແລະ ຮັບມືກັບໂລກລະບາດ. ມະຕິສະບັບດັ່ງກ່າວໂດຍແມ່ນກຸ່ມປະເທດຫຼັກແຫຼ່ງລວມມີ: ຫວຽດນາມ ພ້ອມກັບອົດສະຕາລີ, ບັງກະລາເທດ, ການາດາ, ກົດສະຕາ ຣີກາ, ການາ, ຈາມາຍກາ, ນິວຊີແລນ, ລູເວນດາ, ອາບຟະລິຍາໃຕ້, ຊູແອດ ແລະ ອິນໂດເນເຊຍ ແນະນຳ. ມະຕິໄດ້ຮັບຄວາມເຫັນດີເຫັນພ້ອມຂອງທຸກໆປະເທດ, ດ້ວຍການເຂົ້າຮ່ວມອຸປະຖຳຂອງ 129 ປະເທດ. ນີ້ແມ່ນມະຕິສະບັບທີສອງໂດຍ ຫວຽດນາມ ເປັນປະທານທີ່ສະມັດຊາໃຫຍ່ຮັບຮອງເອົາ, ພາຍຫຼັງທີ່ມະຕິວ່າດ້ວຍວັນສາກົນຕ້ານໂລກລະບາດ (27 ທັນວາ ປະຈຳປີ) ໄດ້ຮັບຮອງເອົາໃນປີ 2020, ເປັນການສະແດງໃຫ້ເຫັນການເຂົ້າຮ່ວມນັບມື້ນັບເປັນເຈົ້າການ, ຕັ້ງໜ້າ ແລະ ເລິກເຊິ່ງ, ກ້ວາງຂວາງຂອງ ຫວຽດນາມ ຢູ່ເວທີປາໄສ ສປຊ ສຳລັບບັນດາບັນຫາທົ່ວໂລກ, ປະຊາຄົມສາກົນມີຄວາມສົນໃຈຫຼາຍ. ໃນໄລຍະຈະມາເຖິງ, ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມ ວຽກງານກະກຽມໃຫ້ແກ່ກອງປະຊຸມຂັ້ນສູງຕາມມະຕິທີ່ໄດ້ຮັບຮອງເອົາ.

ຕອບກັບ

ຂ່າວ/ບົດ​ອື່ນ