ສະມັດຊາໃຫ່ຍ ສປຊ ຮຽກຮ້ອງໃຫ້ ຄຳໝັ້ນສັນຍາເຄົາລົບອຳນາດ ດ້ານກົດໝາຍ

ສະມັດຊາໃຫ່ຍ ສປຊ ຮຽກຮ້ອງໃຫ້ ຄຳໝັ້ນສັນຍາເຄົາລົບອຳນາດ ດ້ານກົດໝາຍ - ảnh 1

ສະມັດຊາ​ໃຫ່ຍ ສປຊ

(ພາບ:vi.wikipedia.org)

(vovworld)- ບັນດາ​ການ​ນຳ​ໂລກ​ໃຫ້​ຄຳໝັ້ນສັນຍາ​ຮັບປະກັນ​ຫຼັກການ​ອຳນາດ​ດ້ານ​ກົດໝາຍ, ຖື​ວ່າ​ນີ້​ແມ່ນ​ປັດ​ໄຈ​ພື້ນຖານ​ເພື່ອ​ສະກັດ​ກັ້ນສົງຄາມ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຄຳໝັ້ນສັນຍາ​ດັ່ງກ່າວ​ໄດ້​ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ກ່ຽວ​ກັບ​ອຳນາດ​ດ້ານ​ກົດໝາຍທີ່ຫາ​ກໍ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 25/9 ຕາມ​ເວລາ​ອາ​ເມ​ລິ​ກາ ​ໃນ​ຂອບ​ເຂດ​ສະ​ໄໝ​ປະຊຸມ​ຄັ້ງທີ 67 ຂອງສະມັດຊາ​ໃຫ່ຍ ສປຊ. ​ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ວາລະ​ປະຊຸມ, ທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ຮຽກຮ້ອງ​ວ່າ:

   “ຂ້າພະ​ເຈົ້າຫວັງ​ວ່າ, ພວກ​ເຮົາ​ຈະ​ສ້າງ​ວິທີ​ສຳ​ພັດ​ໃໝ່ ​ແລະ ​ແໜ້ນ​ແຟ້ນກ່ວາ​ໃນ​ການ​ເພີ່ມ​ທະວີ​ອຳນາດ​ດ້ານ​ກົດໝາຍ ​ແລະ ປະຕິບັດ​ຄວາມ​ຍຸດຕິ​ທຳ​ເພື່ອ ຜ່ານ​ນັ້ນສາມາດ​ຮັບປະກັນ​ສັນຕິພາບ, ການ​ພັດທະນາ ​ແລະ ສິດທິ​ມະນຸດ. ປັບປຸງ​ອຳນາດ​ດ້ານ​ກົດໝາຍ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ແຕ່ລະປະ​ເທດ ​ແລະ ສ່ວນ​ບຸກຄົນ

ສະມັດຊາໃຫ່ຍ ສປຊ ຮຽກຮ້ອງໃຫ້ ຄຳໝັ້ນສັນຍາເຄົາລົບອຳນາດ ດ້ານກົດໝາຍ - ảnh 2

ທ່ານເລຂາທິການ​ໃຫ່ຍ ສປຊ  Ban Ki Moon

(ພາບ:tamnhin.net)

   ຕາມທ່ານ​ເລຂາທິການ​ໃຫ່ຍ ສປຊ Ban Ki Moon ​ແລ້ວ, ​ໃນ​ຂົງ​ເຂດອຳນາດ​ດ້ານ​ກົດໝາຍ​ໃນ​ລະດັບ​ສາກົນ, ປະ​ເທດ​ຕ່າງໆ​ຈົ່ງ​ປະຕິບັດ​ສິດ​ຕັດສິນ​ຂອງ​ສານຍຸດຕິທຳ​ສາກົນ (ICJ) ຊື່​ງ​ແມ່ນ​ອົງການ​ຕຸ​ລະກາ​ນ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນຈາກ ສປຊ ​ເມື່ອປີ 1945 ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ດ້ານ​ກົດໝາຍ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ ​Peter Tomka ປະທານ ICJ  ​ເນັ້ນໜັກ​ວ່າ:

   “ການ​ແກ້​ໄຂ​ການ​ພິພາດ​ກັນ​ຢູ່​ສານຍຸດຕິທຳ​ສາກົນ​ເຄີຍປະກອບສ່ວນ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ປະ​ເທດ​ຕ່າງໆ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ບັນດາ​ກໍລະນີ​ພິພາດ​ກັນ​ກ່ຽວ​ກັບ​ອະທິປະ​ໄຕ​ຫຼື​ບັນດາ​ເຂດ​ທະ​ເລ

ຂ່າວ/ບົດ​ອື່ນ