ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເລືອກ​ຕັ້ງ​ປະ​ທານ​ຄົນ​ໃໝ່

(VOVWORLD) - ວັນທີ 6 ມິຖຸນາ, ສະມັດຊາໃຫຍ່ ສປຊ ໄດ້ເລືອກຕັ້ງທ່ານ Philemon Yang ອະດີດນາຍົກລັດຖະມົນຕີ ກາເມີຣູນ ດຳລົງຕຳແໜ່ງປະທານ ໃຫ້ແກ່ອາຍຸການໃໝ່. 
ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເລືອກ​ຕັ້ງ​ປະ​ທານ​ຄົນ​ໃໝ່ - ảnh 1ທ່ານ Philemon Yang (ພາບ:  news.un.org )

ຕາມນັ້ນແລ້ວ, ທ່ານ Philemon Yang ຈະເປັນປະທານຄົນຕໍ່ໄປໃນກອງປະຊຸມຄັ້ງທີ 79 ຂອງສະມັດຊາໃຫຍ່ ສປຊ, ເລີ່ມແຕ່ເດືອນກັນຍາ. ທ່ານ Philemon Yang ເຄີຍດຳລົງຕຳແໜ່ງເປັນປະທານຄະນະກຳມະການບັນດາຜູ້ຄົນດີເດັ່ນ ອາບຟຼິກກາ ຂອງ ສະຫະພາບ ອາບຟຼິກກາ, ທ່ານໄດ້ຮັບການຕີລາຄາວ່າແມ່ນຜູ້ຄົນໄດ້ ອຸທິດສ່ວນຈົດສຸດຄວາມສາມາດຂອງຕົນ ໃຫ້ແກ່ບັນດາຫຼັກການສັນຕິພາບ, ການພັດທະນາແບບຍືນຍົງ ແລະ ກຽວສັກສິດຂອງມະນຸດ.

ແລະກໍ່ໃນວັນດຽວກັນ, ສະມັດຊາໃຫຍ່ ສປຊ ໄດ້ປ່ອນບັດເລືອກຕັ້ງ  5 ປະເທດກຳມະການບໍ່ຖາວອນໃໝ່ ຂອງ ສະພາຄວາມໝັ້ນຄົງ ສປຊ ດ້ວຍອາຍຸການ 2 ປີ. ຕາມໝາກຜົນຂອງການປ່ອນບັດແລ້ວ, 5 ປະເທດກຳມະການບໍ່ຖາວອນໃໝ່ລວມມີ: ປາກິດສະຖານ, ໂຊມາລີ, ປານາມາ, ແດນມາກ ແລະ ເກຼັກ. ບັນດາປະເທດກຳມະການນີ້ ຈະເລີ່ມອາຍຸການ 2 ປີແຕ່ວັນທີ 1 ມັງກອນ ປີ 2025 ແທນໃຫ້ ຍີ່ປຸ່ນ, ໂມຊຳບິກ, ເອວາໂດ, ມານຕາ ແລະ ສະວິດ.

ຕອບກັບ

ຂ່າວ/ບົດ​ອື່ນ