ສະມັດຊາໃຫຍ່ສປຊຮັບຮອງເອົາມະຕິກ່າວປະນາມຄຳສັ່ງຂວ້ຳບາດຕ້ານກຸຍບາ

ສະມັດຊາໃຫຍ່ສປຊຮັບຮອງເອົາມະຕິກ່າວປະນາມຄຳສັ່ງຂວ້ຳບາດຕ້ານກຸຍບາ - ảnh 1
(ພາບປະກອບ)

(vovworld) – ຕອນຄໍ່າວັນທີ 27/10 (ຕາມເວລາຫວຽດນາມ), ສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງ​ທີ 70 ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຮັບຮອງ​ເອົາມະຕິ​ກ່າວ​ປະນາມ​ຄຳ​ສັ່ງ​ຂວ້ຳ​ບາດ​ຂອງ​ອາ​ເມ​ລິ​ກາ ສຳລັບ​ກຸຍ​ບາ, ດ້ວຍ​ອັດ​ຕາ​ບັດ​​ສະ​ໜັນ​ສະ​ໜູນ 191/193. ​ໃນ​ການ​ກ່າວ​ປາ​ໄສ ​ແລະ ອະພິປາຍ​ກ່ຽວ​ກັບ​ການ​ປ່ອນ​ບັດ, ຜູ້ຕາງໜ້າ​ບັນດາ​ປະ​ເທດ ​ແລະ ກຸ່ມປະ​ເທດ​ຕ່າງໆ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຄຳ​ສັ່ງ​ຂວ້ຳບາດ​ຂອງ​ອາ​ເມ​ລິ​ກາ ​ແມ່ນ​ລະ​ເມີດ​ບັນດາ​ຫຼັກ​ການ​ຂອງ​ກົ​ດບັດ​ສະຫະ​ປະຊາ​ດ ​ແລະ ກົດໝາຍ​ສາກົນ; ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ຈົ່ງ​ມີ​ຄວາມ​ຮັບຜິດຊອບ​ປະຕິບັດ​ບັນດາ​ມະຕິ​ຂອງ​ສະມັດ​ຊ​າ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ຢຸດຕິ​ຄຳ​ສັ່ງ​ຂວ້ຳ​ບາດ​ຢ່າງ​ຜິດ​ກົດໝາຍ​ໂດຍ​ທັນທີ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​ເຟືອງ​ງາ, ຫົວ​ໜ້າ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ຢືນຢັນ​ວ່າ, ຫວຽດນາມ ຄັດຄ້ານ​ຄຳ​ສັ່ງ​ຂວ້ຳ​ບາ​ດພຽງ​ລຳ​​ພັງ​ຝ່າຍ​ກ່ຽວ​ຂອງ​ອາ​ເມ​ລິ​ກາ ​ເພື່ອ​ຕ້ານ​ກຸຍ​ບາ ຍ້ອນ​ບັນດາ​ມາດ​ຕະການ​ລົງ​ໂທດ​ຢ່າງ​ຜິດ​ກົດໝາຍ​ດັ່ງ​ກ່າວ ​ໄດ້​ລະ​ເມີດ​ບັນດາ​ຫຼັກ​ການ​ພື້ນຖານ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ, ກົດ​ໝາຍສາກົນ. ຫວຽດນາມ ຮຽກຮ້ອງ​ໃຫ້​ອາ​ເມ​ລິ​ກາ ຈົ່ງ​ມີ​ຄວາມ​ຮັບຜິ​ດຊອບ​ປະຕິບັດ​ບັນດາ​ມະຕິ​ຂອງສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ, ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ​ກຸຍ​ບາ.

   ກ່າວ​ຄຳ​ເຫັນ​ພາຍຫຼັງກອງ​ປະຊຸມ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປ​ະ​ເທດ​ກຸຍ​ບາ Bruno Rodriguex Parrilla ​ອີກ​ເທື່ອ​ໜຶ່ງ​ໄດ້​ຮຽກຮ້ອງ​​ໃຫ້ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຮັບຮອງ​ເອົາ​ຂໍ້​ຕົກລົງ​ຢຸດຕິ​ນະ​​ໂຍບາຍ​ປິດ​ລ້ອ​ມກຸຍ​ບາ.

ຂ່າວ/ບົດ​ອື່ນ