ສະມັດຊາໃຫຍ່ສະຫະ ປະຊາຊາດຈະຈັດ ກອງປະຊຸມ ກ່ຽວກັບ ສະພາບການຢູ່ Syria

ສະມັດຊາໃຫຍ່ສະຫະ ປະຊາຊາດຈະຈັດ ກອງປະຊຸມ ກ່ຽວກັບ ສະພາບການຢູ່ Syria - ảnh 1
ພາບປະກອບ

(vovworld) - ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຈະ​ຈັດກ​ອງປະຊຸມ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບົດ​ລາຍ​ງານ​ຂອງ ສະພາສິດ​ທິມະນຸດກ່ຽວ​ກັບ​ສະພາບ​ການ​ຢູ່ Syria. ​ໃນ​ແຈ້ງ​ການ​ໜຶ່ງ​ທີ່​​ຍົກ​ອອກ​ມາ​​​ເມື່ອ​ວັນ​ທີ 10/2, ​ໂຄສົກ​ຂອງ​ປະທານ​ສະມັດຊາ​ໃຫຍ່ ສປຊ, ທ່ານ Nihal Saad ​ໃຫ້​ຮູ້​ວ່າ: ສະມັດ​ຊາ​ໃຫຍ່​ຈະ​ຈັດ​ຕັ້ງ​ການ​ປະຊຸມ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 13/2 ​ເພື່ອ​ປຶກສາ​ຫາລື​ບົດ​ລາຍ​ງານ​ຂອງ ສະພາ​ສິດທິ​ມະນຸດ ສະຫະ​ປະຊາ​ຊາດ ກໍ​ຄື​ບັນດາ​ສະພາບ​ການ​ຜັນ​ແປ່ໃໝ່​ສຸດ​ຢູ່ Syria.

        ​ໃນວັນ​ທີ 10/2, ການວາງ​ລະ​ເບີດ​ລົດ​ໂອ​ໂຕ 2 ຄັ້ງ​ຢູ່ Aleppo ​ເຊິ່ງ​ແມ່ນ ນະ​ຄອນ​ໃຫຍ່​ທີ 2 ຂອງ Syria, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ​ສຸດ 25 ຄົນ​ ​ແລະ ປະມານ 175 ຄົນ​ຖືກ​ບາດ​ເຈັບ. ການວາງລະ​ເບີດ​​ດັ່ງ​ກ່າວເພື່ອ​ເລັ່ງ​ໃສ່ສຳນັກງານ​ຂອງ​ກຳລັງ ສືບ​ລາຊະການ​ລັບ​ກອງທັບ ​ແລະ ສູນ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ. ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່ Syria ​ໃນ​ຊຸມ​ມື້​ມໍ່ໆ​ມາ​ນີ້​ຍັງ​ບໍ່​ທັນ​ມີ​ສັນຍານ​ຫຼຸດ​ລົງ​ເທື່ອ, ພິ​ເສດ​ແມ່ນ​ຢູ່ Homs, ບ່ອນ​ໄດ້​ຖື​ວ່າ​ແມ່ນ​ຈຸດ​ຮ້ອນ​ຢູ່ Syria. ຄະນະ​ກຳມະການ​ສົມທົບ​ທ້ອງ​ຖີ່​ນຂອງ​ຝ່າຍ​ຄ້ານ​ໃຫ້​ຮູ້​ວ່າ: ​ມີປະມານ 127 ຄົນ​ຖືກ​ເສຍ​ຊີວິ​ດ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ, ​ໃນ​ນັ້ນ ສະ​ເພາະ​ຢູ່ Homs ​ມີ 108 ຄົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຕົວ​ເລກ​ດັ່ງກ່າວ​ບໍ່​ທັນ​ໄດ້​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ເທື່ອ.

ຂ່າວ/ບົດ​ອື່ນ