ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິ 3 ສະບັບກ່ຽວກັບຈຸດຮ້ອນຢູ່ອາຟະລິກາ

(VOVWORLD) -ວັນທີ 12 ພະຈິກ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິກ່ຽວກັບ Abyei, ໂຊມາລີ ແລະ ສ.ອາຟະລິກາກາງ.
ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິ 3 ສະບັບກ່ຽວກັບຈຸດຮ້ອນຢູ່ອາຟະລິກາ - ảnh 1(ພາບປະກອບ: ngaynay.vn)

ຕາມນັ້ນແລ້ວ, ມະຕິເລກທີ 2550 ແລະ 2552 ກ່ຽວກັບການຕໍ່ກຳນົດເວລາປະຕິບັດໜ້າທີ່ຂອງກຳລັງສະຫະປະຊາຊາດ ປະຈຳ Abyei (UNISFA) ແລະ ຄະນະປະຕິບັດງານສະຫະປະຊາຊາດຢູ່ສ.ອາຟະລິກາກາງ (MINUSCA) ໄດ້ສະໜັບສະໜູນ 15/15 ບັດ. ໃນຂະນະນັ້ນ, ມະຕິເລກທີ 2551 ກ່ຽວກັບການຕໍ່ກຳນົດເວລາກົນໄກລົງໂທດຢູ່ ໂຊມາລີ ໄດ້ເຫັນດີ 13 ບັດ ແລະ ບັດຂາວ 2 ບັດຈາກລັດເຊຍ ແລະ ຈີນ.

        ມະຕິເລກທີ 2250 ໄດ້ຕໍ່ກຳນົດເວລາການເຄື່ອນໄຫວຂອງ UNISFA ຢູ່ເຂດຂັດແຍ້ງກັນ Abyei ລະຫວ່າງຊູດັງ ແລະ ຊູດັງໃຕ້ ຕື່ມອີກ 6 ເດືອນ.

        ມະຕິເລກທີ 2551 ໄດ້ຕໍ່ກຳນົດເວລາກົນໄກລົງໂທດຢູ່ ໂຊມາລີ ແລະ ການເຄື່ອນໄຫວຂອງກຸ່ມນັກຊ່ຽວຊານໜູນຊ່ວຍກົນໄກດັ່ງກ່າວຕື່ມອີກ 12 ເດືອນ, ດ້ວຍຈຸດປະສົງແມ່ນເພື່ອໜູນຊ່ວຍການຮັກສາສະຖຽນລະພາບຢູ່ໂຊມາລີ.      

        ດ້ວຍເລື່ອງຮັບຮອງເອົາມະຕິເລກທີ 2552, ອີກຄັ້ງໜຶ່ງສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຈຸດສຸມໃນຕໍ່ໜ້າແມ່ນຜັນຂະຫຍາຍຂໍ້ຕົກລົງສັນຕິພາບ ພ້ອມກັບດຳເນີນການເລືອກຕັ້ງຢູ່ ສ.ອາຟະລິກາກາງ ມຸ່ງໄປເຖິງສະຖຽນລະພາບຢ່າງຍາວນານ.

ຕອບກັບ

ຂ່າວ/ບົດ​ອື່ນ