ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິຮຽກຮ້ອງໃຫ້ອາເມລິກາຢຸດຕິຄຳສັ່ງຂວ້ຳບາດສຳລັບກູບາ

(VOVWORLD) -ວັນທີ 07 ພະຈິກ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮຽກຮ້ອງໃຫ້ຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນເຊິ່ງອາເມລິກາ ຈັດວາງຕໍ່ກູບາ.

ນີ້ແມ່ນປີທີ 28 ຢ່າງລຽນຕິດທີ່ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິດັ່ງກ່າວ.

        ໃນການປ່ອນບັດວັນທີ 7 ພະຈິກ, 187 ປະເທດສະມາຊິກສະຫະປະຊາຊາດໄດ້ເນັ້ນໜັກຢ່າງແຮງເຖິງການສະໜັບສະໜູນມະຕິ, ໃນຂະນະນັ້ນ ອາເມລິກາ ແລະ ບຣາຊິນ ໄດ້ປ່ອນບັດຄ້ານ, ໂກລົມເບຍ ແລະ ຢູແກຼນ ປ່ອນບັດຂາວ.

        ຄຳສັ່ງຂວ້ຳບາດຂອງອາເມລິກາ ສຳລັບກູບາ ໄດ້ຫຼຸດຜ່ອນຄວາມເຄັ່ງຕຶງລົງແລ້ວໃນສະໄໝທ່ານປະທານາທິບໍດີອາເມລິກາ Barack Obama, ຜູ້ທີ່ມີແຜນປັບປຸງການພົວພັນກັບກູບາ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ມື້ດຳລົງຕຳແໜ່ງເມື່ອຕົ້ນປີ 2017, ທ່ານປະທານາທິບໍດີ Donald Trump ໄດ້ຕ່າວປີ້ນນະໂຍບາຍໃນສະໄໝທ່ານປະທານາທິບໍດີ Barack Obama ແລະ ຮັດແໜ້ນບັນດາຄຳສັ່ງລົງໂທດສຳລັບກູບາ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ