ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິໂດຍ ຫວຽດນາມ ສະເໜີກ່ຽວກັບວັນລະຫຼີ້ນສາກົນ

(VOVWORLD) - ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະປະຊາຊາດ ດັ້ງຮ່ວາງຢາງ, ໄດ້ຍົກແຈ້ງກ່ຽວກັບບົດບາດ ແລະ ຄວາມໝາຍຂອງການລະຫຼີ້ນສຳລັບການພັດທະນາມະນຸດ ແລະ ຊີວິດສັງຄົມ
ສະມັດຊາໃຫຍ່ສະຫະປະຊາຊາດຮັບຮອງເອົາມະຕິໂດຍ ຫວຽດນາມ ສະເໜີກ່ຽວກັບວັນລະຫຼີ້ນສາກົນ - ảnh 1(ທີ່ກອງປະຊຸມ)

        ວັນທີ 25 ມີນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ຮັບຮອງເອົາຮ່າງມະຕິໂດຍ ຫວຽດນາມ ສະເໜີ, ຖືເອົາວັນທີ 11 ມິຖຸນາ ເປັນວັນລະຫຼີິ້ນສາກົນ. ຂໍ້ລິເລີ່ມດັ່ງກ່າວຂອງ ຫວຽດນາມ ໄດ້ຮັບການສະໜັບສະໜູນຂອງທຸກປະເທດສະມາຊິກສະຫະປະຊາຊາດ. 138 ປະເທດຢູ່ທຸກພາກພື້ນໄດ້ເຂົ້າຮ່ວມ ຕົກລົງເຫັນດີຕໍ່ມະຕິດັ່ງກ່າວ. ກອງທຶນສະຫະປະຊາຊາດເພື່ອເດັກ (UNICEF) ແລະ ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳ ສປຊ (UNESCO) ໄດ້ຊົມເຊີຍວັນສາກົນທີ່ມີຄວາມໝາຍນີ້ ແລະ ຢືນຢັນວ່າ ຈະຕັ້ງໜ້າເຂົ້າຮ່ວມປະກອບສ່ວນໃຫ້ແກ່ບັນດາການເຄື່ອນໄຫວສະເຫຼີມສະຫຼອງຖືກຕ້ອງຕາມຈິດໃຈຂອງມະຕິ.

        ກ່າວຄຳເຫັນແນະນຳມະຕິຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະປະຊາຊາດ ດັ້ງຮ່ວາງຢາງ, ໄດ້ຍົກແຈ້ງກ່ຽວກັບບົດບາດ ແລະ ຄວາມໝາຍຂອງການລະຫຼີ້ນສຳລັບການພັດທະນາມະນຸດ ແລະ ຊີວິດສັງຄົມ; ພ້ອມທັງ, ປະກອບສ່ວນພັດທະນາທາງດ້ານຈິດໃຈ ແລະ ຮ່າງກາຍຂອງເດັກຢ່າງຮອບດ້ານ, ເຊິ່ງແມ່ນລຸ້ນອະນາຄົດຂອງມະນຸດ. ທ່ານຫວັງວ່າ, ຂໍ້ລິເລີ່ມດັ່ງກ່າວຈະຊຸກຍູ້ຄຳໝັ້ນສັນຍາການປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ