ສະ​ມາ​ຄົນພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຮຽກ​ຮ້ອງ​​ໃຫ້ຢຸດ​ຕິ​ການ​ຮ່ວມຊີ​ວິດ​ດ້ານ​ສາ​ສະ​ໜາ​ຢູ່​ບັ​ນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ຜູ້​ຕິດ​ເຊື້ອພະ​ຍາດ​ໂຄວິດ - 19

(VOVWORLD) -ບັນດາແຂວງ, ນະຄອນທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19, ຫຼືມີຄວາມສ່ຽງແຜ່ລະບາດໃນຊຸມຊົນ, ສະມາຄົມພຸດທະສາສະໜາຮຽກຮ້ອງໃຫ້ ບັນດາວັດ, ສະຖານທີ່ບູຊາທາງສາສະໜາ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມຂໍ້ກຳນົດ ແລະ ການແນະນຳຂອງອຳນາດການປົກຄອງທ້ອງຖິ່ນຢ່າງເຂັ້ມງວດ
ສະ​ມາ​ຄົນພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ຮຽກ​ຮ້ອງ​​ໃຫ້ຢຸດ​ຕິ​ການ​ຮ່ວມຊີ​ວິດ​ດ້ານ​ສາ​ສະ​ໜາ​ຢູ່​ບັ​ນ​ດາ​ທ້ອງ​ຖິ່ນ​ທີ່​ມີ​ຜູ້​ຕິດ​ເຊື້ອພະ​ຍາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN

ຕໍ່ໜ້າສະພາບການທີ່ສັບສົນຂອງໂລກລະບາດໂຄວິດ - 19, ຄະນະບໍລິຫານງານພຸດທະສາສະໜາ ຫວຽດນາມ ໄດ້ຮຽກຮ້ອງໃຫ້ ພະສົງສຳມະເນນ, ພຸດທະສາສະນິກະຊົນ ຢູ່ບັນດາວັດ, ສະຖານທີ່ບູຊາທາງສາສະໜາໃນທົ່ວປະເທດ ຕິດຕາມສະພາບການຂອງໂລກລະບາດໂຄວິດ - 19, ປະຕິບັດບັນດາຄຳສັ່ງຂອງ ນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກ, ບັນດາເອກະສານຊີ້ນຳຂອງ ຄະນະກຳມະການປະຊາຊົນແຂວງ, ນະຄອນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.

ສຳລັບບັນດາແຂວງ, ນະຄອນທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19, ຫຼືມີຄວາມສ່ຽງແຜ່ລະບາດໃນຊຸມຊົນ, ສະມາຄົມພຸດທະສາສະໜາຮຽກຮ້ອງໃຫ້ ບັນດາວັດ, ສະຖານທີ່ບູຊາທາງສາສະໜາ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຕາມຂໍ້ກຳນົດ ແລະ ການແນະນຳຂອງອຳນາດການປົກຄອງທ້ອງຖິ່ນຢ່າງເຂັ້ມງວດ, ຢຸດຕິທຸກການເຄື່ອນໄຫວ, ການຮ່ວມຊີວິດດ້ານສາສະໜາທີ່ ເຕົ້າໂຮມຫຼາຍຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ