ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ ຫວຽດ​ນາມ ຕໍ່​ກຸ່ມ​ວິ​ສາ​ຫ​ະ​ກິດ ກາ​ນາ​ດາ

(VOVWORLD) -ກ່າວຄຳເຫັນຕໍ່ໜ້າສະມາຊິກລັດຖະສະພາການາດາ, ທ່ານນາງສາດສະດາຈານ Julie ດ່າຍຈາງ ຫງວຽນ ຢັ້ງຢືນວ່າ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານຄວາມໝັ້ນຄົງສຳຄັນໃນຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກຂອງ ການາດາ, ເມື່ອສອງປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງລັດທິຫຼາຍຝ່າຍ, ຄວາມໝັ້ນຄົງທົ່ວໂລກ ແລະ ຕ້ານການປ່ຽນແປງດິນຟ້າອາກາດ.
ສະ​ມາ​ຄົມ ກາ​ນາ​ດາ - ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ສຳ​ຄັນ​ຂອງ ຫວຽດ​ນາມ ຕໍ່​ກຸ່ມ​ວິ​ສາ​ຫ​ະ​ກິດ ກາ​ນາ​ດາ - ảnh 1ພາບປະກອບ: TTXVN

ການອະພິປາຍ ໃນຕອນບ່າຍວັນທີ 27 ເມສາ ຂອງຄະນະປະຈຳກ່ຽວກັບວຽກງານການຄ້າສາກົນ ຂຶ້ນກັບ ສະພາຕ່ຳການາດາ, ທ່ານ ນາງ ສາດສະດາຈານJulie ດ່າຍຈາງ ຫງວຽນ, ຫົວໜ້າສະມາຄົມການາດາ - ຫວຽດນາມ ໄດ້ເນັ້ນໜັກກ່ຽວກັບຄວາມສຳຄັນຂອງ ຫວຽດນາມ ສຳລັບວິສາຫະກິດການາດາ, ບໍ່ພຽງແຕ່ໃນສະມາຄົມ ອາຊຽນ ເທົ່ານັ້ນ ຫາກຍັງນັບທັງພາກພື້ນ ມະຫາສະມຸດອິນເດຍ - ປາຊີຟິກທີ່ກວ້າງໃຫຍ່ອີກດ້ວຍ.

ກ່າວຄຳເຫັນຕໍ່ໜ້າສະມາຊິກລັດຖະສະພາການາດາ, ທ່ານນາງສາດສະດາຈານ Julie ດ່າຍຈາງ ຫງວຽນ ຢັ້ງຢືນວ່າ ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານຄວາມໝັ້ນຄົງສຳຄັນໃນຍຸດທະສາດມະຫາສະມຸດອິນເດຍ - ປາຊີຟິກຂອງ ການາດາ, ເມື່ອສອງປະເທດລ້ວນແຕ່ໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງລັດທິຫຼາຍຝ່າຍ, ຄວາມໝັ້ນຄົງທົ່ວໂລກ ແລະ ຕ້ານການປ່ຽນແປງດິນຟ້າອາກາດ. ທ່ານນາງ Julie ສະເໜີແນະໃຫ້ການາດາ ສາມາດຊັ່ງຊາຕໍ່ການເຂົ້າຮ່ວມ ຂໍ້ຕົກລົງການຄ້າເສລີ ຂອງ ຫວຽດນາມ ສະບັບຕ່າງໆ ປັດຈຸບັນ ກວມເອົາ 60 ພື້ນຖານເສດຖະກິດທີ່ຕາງໜ້າໃຫ້ 90%GDP ຂອງໂລກ.

        ເມື່ອແລກປ່ຽນຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ຢູ່ Ottawa, ທ່ານນາງ Julie ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສະພາການຄ້າການາດາ ຫວຽດນາມ ຄາດວ່າ ຈະສືບຕໍ່ຈັດເຫດການສະໜອງຂໍ້ມູນຂ່າວສານ, ເຊື່ອມຕໍ່, ສ້າງເງື່ອນໄຂສະດວກ ໃຫ້ການເຄື່ອນໄຫວແລກປ່ຽນດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ